ສ.ເຊັກ​ໂກ ກຳ​ນົດຊື່​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ທຸກ​ຄົນ ໃນ​ເຫດ​ບຸກ​ຍິງ​ປືນ​ຢູ່​ນະ​ຄອນຫຼວງ Praha

(VOVWORLD) - ໃນຈຳນວນ 25 ຄົນຖືກບາດເຈັບ ໃນເຫດບຸກຍິງປືນຢູ່ພະແນກປັດຊະຍາ ມະຫາວິທະຍາໄລ Charles ມີ 3 ຄົນຕ່າງປະເທດຄື: ຊາວໂຮນລັງ 1 ຄົນ ແລະ ສະຫະລັດ ອາຣັບ ເອມີເລັດ 2 ຄົນ.
ສ.ເຊັກ​ໂກ ກຳ​ນົດຊື່​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ທຸກ​ຄົນ ໃນ​ເຫດ​ບຸກ​ຍິງ​ປືນ​ຢູ່​ນະ​ຄອນຫຼວງ Praha  - ảnh 1

(ພາບ: AA/TTXVN)

   ວັນທີ 22 ທັນວາ, ລັດຖະບານ ສ.ເຊັກໂກ ໃຫ້ຮູ້ວ່າ, ຜູ້ປະສົບເຄາະຮ້າຍທັງໝົດ 14 ຄົນ ທີ່ໄດ້ເສຍຊີວິດໃນເຫດບຸກຍິງປືນຢູ່ມະຫາວິທະຍາໄລ Charles ນະຄອນຫຼວງ Praha  ລ້ວນແຕ່ໄດ້ກຳນົດຊື່ແລ້ວ ແລະ ບໍ່ມີໃຜໃນຈຳນວນດັ່ງກ່າວ ແມ່ນຄົນຕ່າງປະເທດ.

   ໃນຂະນະນັ້ນ, ໃນຈຳນວນ 25 ຄົນຖືກບາດເຈັບ ໃນເຫດບຸກຍິງປືນຢູ່ພະແນກປັດຊະຍາ ມະຫາວິທະຍາໄລ Charles ມີ 3 ຄົນຕ່າງປະເທດຄື: ຊາວໂຮນລັງ 1 ຄົນ ແລະ ສະຫະລັດ ອາຣັບ ເອມີເລັດ 2 ຄົນ.

   ສ.ເຊັກໂກ ຕົກລົງເອົາວັນທີ 23 ທັນວາ ແມ່ນວັນໄຫ້ວທຸກລະດັບຊາດ ເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍ ໃນເຫດບຸກຍິງປືນດັ່ງກ່່າວ.

ຕອບກັບ

ຂ່າວ/ບົດ​ອື່ນ