ຫຼັກໝັ້ນຂອງຫວຽດ ນາມ ກ່ຽວກັບບັນຫາ ກ່ຽວຂ້ອງ ເຖິງທະເລຕາ ເວັນອອກ

ຫຼັກໝັ້ນຂອງຫວຽດ ນາມ ກ່ຽວກັບບັນຫາ ກ່ຽວຂ້ອງ ເຖິງທະເລຕາ ເວັນອອກ - ảnh 1
ທ່ານ​ຮອງ​ຫົວໜ້າ​ຄະນະ​ກຳມະການ​ຊາຍ​ແດນ​ແຫ່ງ​ຊາດ ຂຶ້ນ​ກັບ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຫງວຽນ​ຢູຍຈ໋ຽນ

(vovworld) –  ວັນ​ທີ 24/1/2013, ຕອບ​ສຳພາດ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ ທີ່​ມີຕໍ່​ເລື່ອງ ຟິລິບ​ປິນ ຮ້ອງ​ຟ້ອງ ຈີນ​ ຢູ່​ສານ​ກຳມການ ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຕາມ​ມາດຕາ 287 ​ແລະ ສ່ວນ​ເພີ່ມ​ເຕີມ VII ຂອງ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 ຢ່າງ​ເປັນ​ທາງ​ການ, ທ່ານ​ຮອງ​ຫົວໜ້າ​ຄະນະ​ກຳມະການ​ຊາຍ​ແດນ​ແຫ່ງ​ຊາດ ຂຶ້ນ​ກັບ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຫງວຽນ​ຢູຍຈ໋ຽນ ຊີ້​ແຈງ​ວ່າ: “ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ສັນຕິ​ວິ​ທີ, ບົນ​ພື້ນຖານ​ກົດໝາຍ​ສາກົນ, ພິ​ເສດ​ແມ່​ນສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ ກົດໝາຍ ວ່າ​ດ້ວຍ​ທະ​ເລ 1982. ຫວຽດນາມ ຖື​ວ່າ: ບັນ​ດາ​ປະ​ເທດ​ລ້ວນ​ແຕ່ມີ​ສິດ​ເລືອກ​ຕັ້ງ​ບັນດາ​ມາດ​ຕະການ​ສັນຕິພາບ ​ເພື່ອ​ແກ້​ໄຂ​ການ​ພິພາດ ​​ໃຫ້ເໝາະ​ສົມ​ກັບ​ກົດ​ບັດ​ສະຫະ​ປະຊາ​ຊາດ, ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ 1982”

        ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ, ​ຫວ່າງ​ແລ້ວ​ນີ້, ສຳນັກ​ຂ່າວສານ ຊິນ​ຮວາ ​ແລະ ໜັງສືພິມ​​ເຢິ່ງມິນ​ຈືປາ​ວ ຂອງ ຈີນ​ໃຫ້​ຂ່າວ ກົ​ມ​ວັດ​ແທກແຕ້​ມ​ແຜນ​ທີ່​ແຫ່ງ​ຊາດ ຈີນ ​​ປະກາດ​ໄດ້ ​ແຕ້ມ​ສຳ​ເລັດ ​ແລະ ຄາດ​ວ່າ​ຈະ​ໃຫ້​ພິມ​ຈຳໜ່າຍ “​ແຜນ​ທີ​່ທົ່ວ​ປະ​ເທດ ສາທາລະນະ​ລັດ ປະຊາຊົນ ຈີນ” ​ແລະ “​ແຜນ​ທີ່​ພູມີ​ປະ​ເທດ ຈີນ” ​ໃນ​ທ້າຍ​ເດືອນ 1/2013, ​ໃນ​ນັ້ນ​ມີ “​ເສັ້ນ​ລີ້ນ​ງົວ” ​ແລະ ​ເກາະ​ແຫ່ງ​ຕ່າງໆ​ຢູ່ ບໍລິ​ເວນ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ຂ​ອງ ຫວຽດນາມ, ທ່ານ ຫງວຽນ​ຢູຍຈ໋ຽນ ຢືນຢັນ​ວ່າ: “ຫວຽ​ດນາມ ມີ​ອະທິປະ​ໄຕ​ທີ່​ບໍ່​ສາມາດ​ປະຕິ​ເສດ​ໄດ້​ທີ່​ມີ​ຕໍ​ໝູ່​ເກາະ ​ເຈື່ອງ​ຊາ, ຮ່ວາງ​ຊາ ​ແລະ ສິດ​ອະທິປະ​ໄຕ, ສິດ​ຕັດສິນ​ອັນ​ຖືກຕ້ອງ​ທີ່​ມີ​ຕໍ່​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ເຂ​​ດ​ໄລ່​ທະວີບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຕາມ​ສົນທິສັນ​ຍາສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ວ່າດ້ວຍ​ທະ​ເລ​ປີ 1982. ​ແຜນ​ທີ່​ທຸກ​ແຜ່ນ​ທີ່​ສະ​ແດງ​ຂໍ້​ມູນ​ທີ່​ຜິດພາດ​ກ່ຽວ​ກັບ ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ ​ເຈື່ອງ​ຊາ, ຮ່ວາງ​ຊາ, ສິດ​ອະທິປະ​ໄຕ, ສິດ​ຕັດສິນ​ຂອງ​ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກແມ່ນ​ຝືນ​ກັບ​ກົດໝາຍ ​ແລະ ບໍ່​ມີ​ຄຸນ​ຄ່າ”

ຂ່າວ/ບົດ​ອື່ນ