ຫງວຽນຖຸຍລິງ ປ້ອງກັນແຊັມໃນງານແຂ່ງຂັນຕີດອກປີກໄກ່ ຫວຽດນາມ ເປີດກວ້າງປີ 2023

(VOVWORLD) - ນັກກິລາ ຫງວຽນຖຸຍລິງ ໄດ້ເອົາຊະນະຄູ່ແຂ່ງຊາວ ຍີ່ປຸ່ນ Kurihara ໃນຮອບຊິງຊະນະເລີດ, ປ້ອງກັນແຊັມ ເຊິ່ງ ລິງ ຄວ້າໄດ້ໃນງານແຂ່ງຂັນປີ 2022.
ຫງວຽນຖຸຍລິງ ປ້ອງກັນແຊັມໃນງານແຂ່ງຂັນຕີດອກປີກໄກ່ ຫວຽດນາມ ເປີດກວ້າງປີ 2023  - ảnh 1 ນັກກິລາ ຫງວຽນຖຸຍລິງ
(ພາບ: TTXVN)

          ຕອນບ່າຍວັນທີ 17 ກັນຍາ, ງານແຂ່ງຂັນຕີດອກປີກໄກ່ ຫວຽດນາມ ເປີດກວ້າງປີ 2023 (Vietnam Open 2023) ໄດ້ສິ້ນສຸດລົງດ້ວຍບັນດານັດແຂ່ງຂັນຮອບຊີງຊະນະເລີດທີ່ສະໜາມກິລາໃນຮົ່ມ ຫງວຽນຢູ, ນະຄອນໂຮ່ຈິມິນ.

          ນັກກິລາ ຫງວຽນຖຸຍລິງ ໄດ້ເອົາຊະນະຄູ່ແຂ່ງຊາວ ຍີ່ປຸ່ນ Kurihara ໃນຮອບຊິງຊະນະເລີດ, ປ້ອງກັນແຊັມ ເຊິ່ງ ລິງ ຄວ້າໄດ້ໃນງານແຂ່ງຂັນປີ 2022. ຫງວຽນຖຸຍລິງ ຢືນອັນດັບທີ 27 ໃນໂລກ ແລະ ເປັນໂຕເຕັງອັນດັບ 1 ໃນງານແຂ່ງຂັນ.

          ງານແຂ່ງຂັນຕີດອກປີກໄກ່ ຫວຽດນາມ ເປີດກວ້າງປີ 2023 ມີນັກກິລາ 300 ກວ່າຄົນທີ່ມາຈາກ 23 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ. ນີ້ແມ່ນງານແຂ່ງຂັນ ລະດັບ BWF Tour Super 100 Tournament, ດ້ວຍເງິນລາງວັນທັງໝົດ 100,000 USD.

ຕອບກັບ

ຂ່າວ/ບົດ​ອື່ນ