ຫ​ງວຽນ​ຖຸ່ຍ​ລິງ ຢືນອັນ​ດັບສອງໃນ​ການ​ແຂ່ງ​ຂັນ​ດອກ​ປິກ​ໄກ່ ຍິງ​ດ່ຽວ Thailand International Challenge 2023

(VOVWORLD) -ນັກກິລາ ຫງວຽນຖຸ່ຍລິງ (ຫວຽດນາມ) ແຂ່ງຂັນກັບນັກກິລາ Asuka Takahashi (ຍີ່ປຸ່ນ) ໃນຮອບຊິງຊະນະເລີດການແຂ່ງຂັນຕີດອກປີກໄກ່ ຍິງດ່ຽວ Thailand International Challenge 2023.

ຕອນບ່າຍວັນທີ 12 ມີນາ, ຢູ່ນະຄອນຫຼວງ ບາງກອກ, ໄທ, ນັກກິລາ ຫງວຽນຖຸ່ຍລິງ (ຫວຽດນາມ) ແຂ່ງຂັນກັບນັກກິລາ Asuka Takahashi (ຍີ່ປຸ່ນ) ໃນຮອບຊິງຊະນະເລີດການແຂ່ງຂັນຕີດອກປີກໄກ່ ຍິງດ່ຽວ Thailand International Challenge 2023.

ໝາກຜົນແມ່ນ, ນັກກິລາ Asuka Takahashi ເອົາຊະນະ 2 ນັດ ດ້ວຍຄະແນນ 21 – 17 ແລະ ເປັນຜູ້ຊະນະເລີດ. ສ່ວນນັກກິລາ ຫງວຽນຖຸ່ຍລິງ ເປັນຜູ້ຮອງຊະນະເລີດ. ນີ້ແມ່ນການແຂ່ງຂັນສຳຄັນຂອງ ຫງວຽນຖຸ່ຍລິງ ເພື່ອກະກຽມໃຫ້ແກ່ງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ (SEA Games) 32 ເຊິ່ງຈະດຳເນີນໃນເດືອນພຶດສະພາ ຈະມາເຖິງຢູ່ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ