ຫຼຸດ​ ​ໄລ​ຍະ​ເວ​ລາປະ​ຊຸມລົງ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ ​ໃຫ້​ແກ່ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລິກ​ ຂອງ ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV

(VOVWORLD) -   ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ອົງຄະນະພັກສະພາແຫ່ງຊາດ ແລະ ອົງຄະນະພັກລັດຖະບານ ໄດ້ເປັນເອກະພາບຢ່າງສູງ ກ່ຽວກັບເນື້ອໃນ, ວິທີການຈັດຕັ້ງຂອງກອງປະຊຸມຄັ້ງປະຖົມມະເລິກຂອງສະພາແຫ່ງຊາດຊຸດທີ XV, ກໍ່ຄືບັນດາບົດລາຍງານກ່ຽວກັບແຜນການພັດທະນາເສດຖະກິດ, ສັງຄົມໄລຍະ 5 ປີ.
ຫຼຸດ​ ​ໄລ​ຍະ​ເວ​ລາປະ​ຊຸມລົງ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ ​ໃຫ້​ແກ່ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລິກ​ ຂອງ ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV - ảnh 1ກອງປະຊຸມລະຫວ່າງ ອົງຄະນະພັກສະພາແຫ່ງຊາດ ແລະ ອົງຄະນະພັກ ລັດຖະບານ 

ຕອນເຊົ້າວັນທີ 17 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ, ເລຂາອົງຄະນະພັກສະພາແຫ່ງຊາດ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ເລຂາອົງຄະນະລັດຖະບານ, ຮ່ວມເປັນປະທານກອງປະຊຸມລະຫວ່າງ ອົງຄະນະພັກສະພາແຫ່ງຊາດ ແລະ ອົງຄະນະລັດຖະບານ ເພື່ອແນໃສ່ເຫັນດີເປັນເອກະພາບເນື້ອໃນກອງປະຊຸມຄັ້ງປະຖົມມະເລິກ ຂອງສະພາແຫ່ງຊາດຊຸດທີ XV.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ອົງຄະນະພັກສະພາແຫ່ງຊາດ ແລະ ອົງຄະນະພັກລັດຖະບານ ໄດ້ເປັນເອກະພາບຢ່າງສູງ ກ່ຽວກັບເນື້ອໃນ, ວິທີການຈັດຕັ້ງຂອງກອງປະຊຸມຄັ້ງປະຖົມມະເລິກຂອງສະພາແຫ່ງຊາດຊຸດທີ XV, ກໍ່ຄືບັນດາບົດລາຍງານກ່ຽວກັບແຜນການພັດທະນາເສດຖະກິດ, ສັງຄົມໄລຍະ 5 ປີ.

ສະຫຼຸບກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເນັ້ນໜັ້ກວ່າ ຢູ່ກອງປະຊຸມຄັ້ງປະຖົມມະເລິກຂອງ ສະພາແຫ່ງຊາດຊຸດທີ XV ນອກຈາກການປະຕິບັດຂັ້ນຕອນບຸກຄະລາກອນ, ສະພາແຫ່ງຊາດຈະຮັບຟັງບົດລາຍ ແລະ ຕັດສິນບັນດາແຜນການເສດຖະກິດ, ສັງຄົມ, ການເງິນ, ງົບປະມານ, ການລົງທຶນສາທາລະນະ, ສອງໂຄງການເປົ້າໝາຍແຫ່ງຊາດເພື່ອສ້າງພື້ນຖານໃຫ້ແກ່ວຽກງານຜັນຂະຫຍາຍໃນ 5 ປີຈະມາເຖິງ. ນີ້ແມ່ນບັນດາເນື້ອໃນສຳຄັນ, ສ້າງພື້ນຖານໃຫ້ແກ່ການປະຕິບັດເປົ້າໝາຍຄວບຄູ່ທັງປ້ອງກັນຕ້ານໂລກລະບາດໂຄວິດ - 19 ທັງພັດທະນາເສດຖະກິດສັງຄົມ, ເຊິ່ງຂຶ້ນກັບສິດອຳນາດຂອງ ສະພາແຫ່ງຊາດ ທີ່ໄດ້ລະບຸໃນກົດໝາຍ. ມາຮອດປັດຈຸບັນ, ເນື້ອໃນກອງປະຊຸມໂດຍແມ່ນບັນດາຫົວໜ່ວຍກະກຽມຢ່າງລອບຄອບຖີ່ຖ້ວນ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດຢູ່ກອງປະຊຸມຄັ້ງປະຖົມມະເລິກ.

ຕອບກັບ

ຂ່າວ/ບົດ​ອື່ນ