ຫຼຸດຜ່ອນຜົນ​ເສຍ​ຫາຍ​ທັງ​ດ້ານ​ຊີວິດ​ອິນ​ຊີ ​ແລະ ຊັບ​ສົ​ມ​ບັດຈາກ ພາຍຸ Noul ​ໃຫ້​ລົງ​ໃນ​ລະດັບ​ຕໍ່າ​ສຸດ

(VOVWORLD) -   ວັນທີ 17 ກັນຍາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ, ຫົວໜ້າຄະນະຊີ້ນໍາສູນກາງ ກ່ຽວກັບວຽກງານປ້ອງກັນ ແລະ ຕ້ານໄພທໍາມະຊາດ ໄດ້ລົງກວດກາ ແລະ ຊີ້ນໍາວຽກງານປ້ອງກັນ ແລະ ຕ້ານພາຍຸ Noul  ຢູ່ທ່າກໍ່າປັ່ນຫາປາ ທ້ວນອານ, ເມືອງ ຝູວາງ, ແຂວງເທື່ອທຽນເຫວ້.
ຫຼຸດຜ່ອນຜົນ​ເສຍ​ຫາຍ​ທັງ​ດ້ານ​ຊີວິດ​ອິນ​ຊີ ​ແລະ ຊັບ​ສົ​ມ​ບັດຈາກ ພາຍຸ Noul ​ໃຫ້​ລົງ​ໃນ​ລະດັບ​ຕໍ່າ​ສຸດ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ລົງກວດກາ ແລະ ຊີ້ນໍາວຽກງານປ້ອງກັນ ແລະ ຕ້ານພາຍຸ Noul  ຢູ່ທ່າກໍ່າປັ່ນຫາປາ ທ້ວນອານ, ເມືອງ ຝູວາງ, ແຂວງເທື່ອທຽນເຫວ້ (ພາບ:VGP)

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໃຫ້ຮູ້ວ່າ ພາຍຸ Noul ມີການຜັນແປຢ່າງສັບສົນ. ສະນັ້ນ, ແຂວງເທື່ອທຽນເຫວ້ ຕ້ອງຮັບປະກັນຄວາມປອດໄພຢູ່ທະເລ, ຮຽກຮ້ອງໃຫ້ບັນດາກໍ່າປັ່ນເຂົ້າທຽບທ່າໃນທັນທີ, ຂຶ້ນແຜນຍົກຍ້າຍປະຊາຊົນໄປຍັງເຂດປອດໄພ, ຮັບປະກັນຄວາມປອດໄພທັງດ້ານຊີວິດອິນຊີີ ແລະ ຊັບສົມບັດ ໃຫ້ແກ່ປະຊາຊົນ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຊີ້ນໍາວ່າ:

        “ຕ້ອງສຸມໃສ່ການຮັບປະກັນຄວາມປອດໄພໃຫ້ກິດຈະກໍາຕ່າງໆ, ພິເສດແມ່ນເຮືອນຊານບ້ານຊ່ອງຂອງປະຊາຊົນ, ບັນດາກິດຈະກໍາສາທາລະນະ, ຮາກຖານການຜະລິດ, ກິດຈະກໍາອຸດສາຫະກໍາ, ຮາກຖານການບໍລິການ, ຮັບປະກັນຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວໃນບໍລິເວນແຂວງ”.

        ຕາມການພະຍາກອນແລ້ວ, ພາຍຸ Noul ຈະພັດເຂົ້າບາງແຂວງພາກເໜືອ ແລະ ພາກກາງ ຂອງຫວຽດນາມ ໃນວັນທີ 18 ກັນຍາ ແລະ ກໍ່ໃຫ້ເກີດຝົນຕົກໜັກ, ດິນເຊາະເຈື່ອນ, ນໍ້າໄຫຼຊຸ, ນໍ້າແກ່ງຖ້ວມ… ຢູ່ບັນດາແຂວງຖືກຜົນສະທ້ອນ.

ຕອບກັບ

ຂ່າວ/ບົດ​ອື່ນ