ຫຼຸດອັດຕາລາຍຮັບໃຫ້ແກ່ວິສາຫະກິດ

ຫຼຸດອັດຕາລາຍຮັບໃຫ້ແກ່ວິສາຫະກິດ - ảnh 1
(ພາບປະກອບ)
(vovworld) - ຮ່າງ​ກົດໝາຍ​ວ່າ​ດ້ວຍອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ ສະບັບ​ປັບປຸງ, ພວມ​ໄດ້​ຮັບ​ການ​ສ້າງສຳ​ເລັດ, ຄາດ​ວ່າ​ຈະ​ປັບປຸງ​ຫຼຸດ​ອັດຕາ​ອາກອນພື້ນຖານ​ຈາກ 25% ລົງ​ເຫຼືອ​ພຽງ 23%, ພ້ອມ​ທັງ​ປັບປຸງ​ການ​ຫຼຸດ​ອັດຕາ​ພາສີ​ອາກອນຈາກ 25% ລົງ​ເຫຼືອ​ພຽງ 20% ​ຖືກນຳ​ໃຊ້​ສຳລັບວິ​ສາ​ຫະກິດ​ທີ່​ມີ​ຂອບ​ຂະໜາດ​ນ້ອຍ ​ແລະ ກາງ. ຕາມ​ກະຊວງ​ກະ​ເງິນ​, ​ອົງການ​ທີ່ໄດ້​ຮັບໜ້າ​ທີ່​ຮຽບຮຽງຮ່າງ​ກົດໝາຍ​ວ່າ​ດ້ວຍອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ ສະບັບ​ປັບປຸງ, ​ເມື່ອ​ທຽບ​ໃສ່​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໂລກ ອັດຕາ​ອາກອນ​ພື້ນຖານ​ຄື​ດັ່ງກ່າວ​ແມ່ນ​ຕໍ່າ​ພໍ​ສົມຄວນ, ຮັບປະກັນ​ລັກສະນະ​ແກ້ງ​ແຍ່ງ ​ແລະ ດຶງ​ດູດ​ການ​ລົງທຶນ. ຄຽງ​ຂ້າງ​ເລື່ອງ​ປັບປຸງ​ຫຼຸດຜ່ອນ​ອັດຕາ​ອາກອນພື້ນຖານ, ຄະນະ​ຮຽບຮຽງຮ່າງ​ກົດໝາຍ​ໄດ້​ເພີ່ມ​​ເຕີ່ມ​ບາງ​ຂົງ​ເຂດ, ຂະ​ແໜງ​ອາຊີບ, ບໍລິ​ເວນ​ຮັບ​ບຸລິມະສິດ. ກໍ​ຕາມ​ກະຊວງ​ການ​​ເງິນ​ແລ້ວ, ການ​ປັບປຸງ, ​ເພີ່ມ​​ເຕີ່​ມ​ບາງ​ມາດຕາ​ຂອງກົດ​ໝາຍ​ວ່າ​ດ້ວຍອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ ຈະ​ເຮັດ​ໃຫ້ລາຍ​ຮັບ​ງົບປະມານ​ຖືກ​ຫຼຸດ​ລົງ ​ໃນ 2 – 3 ປີ​ຂ້າງ​ໜ້າ ​ແຕ່​ມີ​ຜົນ​ກະທົບ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຊຸມ​ປີ​ຕໍ່ໆ​ໄປ ​ຍ້ອນ​ການດຶງ​ດູດ​ການ​ລົງທຶນ​ເພີ່ມ​ຂຶ້ນ​ສູງ, ພ້ອມ​ກັນ​ນັ້ນ ​ເງິນ​ເສຍ​ພາສີ​ຖືກ​ຫຼຸດ​ລົງ​ຈະຮັບ​ການ​ລົງທຶນ​ຄືນ​ໃໝ່ ​​ແລະ ​ໃຊ້​ຈາ​ຍ.
ຂ່າວ/ບົດ​ອື່ນ