ຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ເປັນລະອຽດ ດ້ວຍຫຼາຍໂຄງການ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫວັງວ່າ ທ່ານ Takebe Tsutomu ຈະສືບຕໍ່ປະກອບສ່ວນຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ດ້ວຍບັນດາໂຄງການ, ລາຍການເປັນລະອຽດ
ຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ເປັນລະອຽດ ດ້ວຍຫຼາຍໂຄງການ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ຕ້ອນຮັບ ທ່ານ Takebe Tsutomu, ທີ່ປຶກສາພິເສດ ສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ
(ພາບ: TTXVN)

        ຕອນບ່າຍວັນທີ 14 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ ໄດ້ໃຫ້ການຕອນຮັບ ທ່ານ Takebe Tsutomu, ທີ່ປຶກສາພິເສດ ສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ຫົວໜ້າກິດຕິມະສັກ ງານບຸນ ຍີ່ປຸ່ນ - ຫວຽດນາມ ຄັ້ງທີ 9 ທີ່ນະຄອນໂຮ່ຈີມິນ, ຊື່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ຢູ່ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ ຕີລາຄາສູງບັນດາໝາກຜົນການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດໃນປີ 2023, ຊື່ງແມ່ນປີສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງສາຍພົວພົນຮ່ວມມື ຫວຽດນາມ - ຍີ່ປຸ່ນ ແລະ ເປັນປີແຫ່ງຂີດໝາຍປະຫວັດສາດການພົວພັນຮ່ວມມື ດ້ວຍການຍົກລະດັບການພົວພັນຂື້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫວັງວ່າ ທ່ານ Takebe Tsutomu ຈະສືບຕໍ່ປະກອບສ່ວນຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ດ້ວຍບັນດາໂຄງການ, ລາຍການເປັນລະອຽດ ໃນບັນດາຂົງເຂດ: ການສຶກສາ; ການທ່ອງທ່ຽວ; ຊຸກຍູ້ການຮ່ວມມືລົງທຶນ, ການຄ້າ, ການທ່ອງທ່ຽວ ລະຫວ່າງ ບັນດາທ້ອງຖິ່ນ; ບັນດາກິດຈະກຳແລກປ່ຽນວັດທະນະທຳ, ພົບປະປະຊາຊົນ… ພ້ອມກັນນັັ້ນ, ຊຸກຍູ້ການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ລະຫວ່າງສອງປະເທດ; ປົວແປງເງື່ອນໄຂການເຮັດວຽກ, ການອອກແຮງງານ, ຄຸນນະພາບຊີວິດ ຂອງນັກຝຶກງານ, ຊາວຜູ້ອອກແຮງງານ ຫວຽດນາມ ຢູ່ຍີ່ຢຸ່ນ ໃຫ້ດີຂື້ນ…

        ສ່ວນທ່ານ Takebe Tsutomu ກໍ່ຢືນຢັນວ່າ: ຈະສືບຕໍ່ເອົາໃຈໃສ່ ແລະ ສະໜັບສະໜູນການຮ່ວມມືກັບ ຫວຽດນາມ, ເປັນຕົ້ນແມ່ນໃນບັນດາຂົງເຂດ ທີ່ຍັງມີຄວາມສາມາດບົ່ມຊ້ອນ ຄືດັ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ຍົກອອກມາ, ປະກອບສ່ວນຢ່າງຕັ້ງໜ້າ ນຳເອົາສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດໃຫ້ພັດທະນາກວ່າອີກ. ທ່ານ Takebe Tsutomu ກໍ່ໄດ້ຍົກອອກບາງວິທີການຮ່ວມມືລະອຽດ ແນໃສ່ຊຸກຍູ້ການພົວພັນຮ່ວມມືມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ