ຫນັງສືພິມຍຸກສະໄໝຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມເປີດນຳໃຊ້ສື່ເອເລັກໂຕນິກດ້ວຍພາສາອັງກິດ

ຫນັງສືພິມຍຸກສະໄໝຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມເປີດນຳໃຊ້ສື່ເອເລັກໂຕນິກດ້ວຍພາສາອັງກິດ - ảnh 1
ທ່ານປະທານສະຫະ​ພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ
ຫວູຊວນຮົ່ງ (ພາບ: Bao Thoi Dai)

(vovworld) - ​ ​ວັນ​ທີ 24/6, ຢູ່​ຮ່າ​ໂນ້ຍ, ໜັງ​ສີ​ພິມ​ຍຸກ​ສະ​ໄໝ (​ເວທີ​ປາ​ໄສ​ຂອງ​ສະຫະ​ພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ) ຈັດ​ຕັ້ງ​ພິທີ​ເປີດ​ນຳ​ໃຊ້​ສື່​ເອ​ເລັກ​ໂຕ​ນິກດ້ວຍ​ພາສາ​ອັງກິດ ມີ​ລະຫັດ​ http://vietnamfriendship.vn/ . ສື່ເອ​ເລັກ​ໂຕ​ນິກນີ້​ແມ່ນ​ສ່ອງ​ແສງ​ເຖິງຂົງ​ເຂດ​ສຳຄັນ​ນັ້ນ​ຄ້: ​ການ​ເມືອງ - ສັງຄົມ ​ແລະ ການພົວພັນ​ຕ່າງປະ​ເທດ​ປະຊາຊົນ. ພິ​ເສດສື່​ເອ​ເລັກ​ໂຕ​ນິກນີ້ ມີ ຄໍ​ລຳ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ຫັນການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ​ ເປັນ​ປົກກະຕິ​. ສື່ເອ​ເລັກ​ໂຕ​ນິກດ້ວຍ​ພາສາ​ອັງກິດ​ໄດ້​ຮັບ​ການ​ສ້າງ​ຂຶ້ນ ​ເພື່ອ​ແນ​່​ໃສ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ທິດ​ທາງ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ; ​ແນະນຳ, ​ໂຄສະນາ​ບັນດາ​ຜົນງານ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກ​ຮາ​ປະ​ເທດ​ຊາດ, ​ພາບພົດປະ​ເທດຊາດ ​ແລະ ຊາວ​ຫວຽດນາມ ​ແລະ ວັດທະນະທຳ​ຫວຽດນາມ; ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດນາມ ​ແລະ ປະ​ເທດ​ຕ່າງ​ໆ, ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ກັບ​ປະຊາຊົນ​ບັນດາປະ​ເທດ.

ຂ່າວ/ບົດ​ອື່ນ