ຫັນຈີນຕະນາການກະສິກຳແບບງ່າຍດາຍມາເປັນເສດຖະກິດກະສິກຳ,ເຊື່ອມໂຍງເລິກເຊິ່ງກ້ວາງຂວາງ

(VOVWORLD) - ມະຕິກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດຢູ່ ຫວຽດນາມ ບໍ່ພຽງແຕ່ແມ່ນບັນຫາຊົນຊັ້ນເທົ່ານັ້ນ, ຫາກຍັງກ່ຽວຂ້ອງເຖິງການຍົກສູງຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາເທົ່າທຽມກັນ
ຫັນຈີນຕະນາການກະສິກຳແບບງ່າຍດາຍມາເປັນເສດຖະກິດກະສິກຳ,ເຊື່ອມໂຍງເລິກເຊິ່ງກ້ວາງຂວາງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມ

ຕອນເຊົ້າວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ຈັດຕັ້ງກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີເນັດທົ່ວປະເທດກ່ຽວກັບເລື່ອງ 10 ປີແຫ່ງການປະຕິບັດມະຕິສູນກາງເລກທີ 7 ຊຸດທີ 10 ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ. ກອງປະຊຸມທາງເຄືອຂ່າຍ ອິນເຕີເນັດກັບ 63 ທ້ອງຖິ່ນ ແລະ ໂດຍຄະນະພັກລັດຖະບານ ແລະ ຄະນະເສດຖະກິດສູນກາງຈັດຕັ້ງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢັ້ງຢືນວ່າ: ມະຕິກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດຢູ່ ຫວຽດນາມ ບໍ່ພຽງແຕ່ແມ່ນບັນຫາຊົນຊັ້ນເທົ່ານັ້ນ, ຫາກຍັງກ່ຽວຂ້ອງເຖິງການຍົກສູງຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາເທົ່າທຽມກັນ, ກໍ່ແມ່ນການກຳນົດທິດສັງຄົມນິຍົມສຳຄັນເຊິ່ງພັກ, ລັດ ໄດ້ວາງອອກໃນວີວັດແຫ່ງການພັດທະນາຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ທົ່ວລະບົບການເມືອງຄວນເປັນເອກະພາບເລື່ອງແກ້ໄຂກະສິກຳ, ຊາວກະສິກອນ, ຊົນນະບົດ ແມ່ນໜ້າທີ່ລວມ, ເພື່ອປຸກລຸກນ້ຳໃຈຮັກຊາດ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາວກະສິກອນໃນພື້ນຖານເສດຖະກິດເຊື່ອມໂຍງ; ແກ້ໄຂບັນດາບັນຫາຕິດພັນກັບການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝຢ່າງຄົບຊຸດ…

        ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ໄດ້ຕັດແຖບຜ້າເປີດສະຫຼອງງານວາງສະແດງສາກົນກ່ຽວກັບຜົນງານ 10 ປີແຫ່ງການປະຕິບັດມະຕິສູນກາງເລກທີ 7 ຊຸດທີ 10 ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ.

ຕອບກັບ

ຂ່າວ/ບົດ​ອື່ນ