ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບແລະຮັບປະກັນຄຸນນະພາບສິນຄ້າສົ່ງອອກຜະລິດຕະພັນກະເສດ,ສິນໃນນ້ຳ

ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບແລະຮັບປະກັນຄຸນນະພາບສິນຄ້າສົ່ງອອກຜະລິດຕະພັນກະເສດ,ສິນໃນນ້ຳ - ảnh 1
ພາບປະກອບ

(vovworld) – ຕ້ອງ​ມີ​ມາດ​ຕະການ​ຄົບ​ຊຸດ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ຍູ້​ແຮງ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳຂອງ ຫວຽດນາມ ຢ່າງ​ເປັນ​ປົກກະຕິ, ໝັ້ນຄົງ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລ​ະ ການ​ຄ້າ ຫວຽດນາມ ​ເຈີ່ນ​ຕ໋ວນ​ແອ​ງ ​ເນັ້ນ​ໜັກ​ຄື​ດັ່ງກ່າວ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວວິທະຍຸ​ກະຈາຍສຽງ ຫວຽດນາມ.

    ຕາມ​ທ່ານ ເຈີ່ນ​ຕ໋ວນ​ແອ​ງ, ຕໍ່ໜ້າ​ໄພ ຫວຽດນາມ ອາ​ໄສ​​ຫຼາຍ​ສຳລັບຕະຫຼາດ ຈີນ, ​ເອີ​ລົບ, ອາ​ເມ​ລິ​ກາ ​ໃນ​ບັນດາ​ຜະລິດ​ຕະພັນ​ກະ​ເສດ, ສິນ​​ໃນ​ນ້ຳ. ກະຊວງ​ອຸດສາຫະກຳ - ການ​ຄ້າ ພວມ​ຄິດ​ໄລ່​ຊັ່ງຊາ​ເພື່ອ​ມີ​ມາດ​ຕະການ​ຫັນ​ຕະຫຼາດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຜ່ານ​ການ​ຂຸດ​ຄົ້ນ​ບັນດາ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ຂອງ​ບັນດາ​ຂົງ​ເຂດ​ຮ່ວມ​ມື 2 ຝ່າຍ ​ແລະ ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ສັນຍາ​ການ​ຄ້າ​ເສລີ ​ເຊິ່ງ ຫວຽດນາມ ​ລົງ​ນາມ​ເຊິ່ງບໍ່ທັນ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ. ທ່ານ ເຈີ່ນ​ຕ໋ວນ​ແອ​ງ ກ່າວ​ວ່າ:

    “​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ອຸດສາຫະກຳ - ການ​ຄ້າ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ສຳ​ພັດ​ກັບບັນດາ​ຕະຫຼາດ​ໃໝ່. ກະຊວງ​ຈະ​ເປັນ​ເຈົ້າ​ການ​ໃນ​ການ​ຄົ້ນ​ຄ້ວາຕະ​ຫຼາດ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ໃນການ​ກໍ່ສ້າງ ​ແລະ ຍົກ​ອອກ​ບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ເໝາະ​ສົມ​ກັບ​ຄວາມ​ຕ້ອງການ ​ແລະ ລັກສະນະ​ຂອງ​ຕະຫຼາດ, ຈາກ​ນັ້ນ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່​ໃນ​ການ​ຜະລິດ​ເພື່ອ​ຮັບປະກັນ​ມຸນຄ່າ​ເພີ່​ມ ກໍ່​ຄືມຸນ​ຄ່າ​ໃນ​ການ​ສົ່ງ​ອອກ”


ຂ່າວ/ບົດ​ອື່ນ