ຫນູນຊ່ວຍກຳລັງຄວາມສາມາດປະຕິບັດຍຸດທະສາດພັດທະນາຊາວຫນຸ່ມ ຫວຽດນາມ ໄລຍະ 2011 - 2020

ຫນູນຊ່ວຍກຳລັງຄວາມສາມາດປະຕິບັດຍຸດທະສາດພັດທະນາຊາວຫນຸ່ມ ຫວຽດນາມ ໄລຍະ 2011 - 2020 - ảnh 1
ພາບປະກອບ: internet

(vovworld) - ຕອນ​ເຊົ້າ​ວັນ​ທີ 22/8 ຢູ່ ຮ່າ​ໂນ້ຍ, ກະຊວງ​ພາຍ​ໃນ ຫວຽດນາມ ​ໄດ້​ສົມທົບ​ກັບ​ກອງ​ທຶນ​ປະຊາກອນ​ສະຫະ​ປະຊາ​ຊາດ (UNFPA) ຢູ່ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ຜັນ​ຂະຫຍາຍ ​ແລະ ລົງ​ນາ​ມ​ໃນ​ສັນຍາ​ປະຕິບັດ​ໂຄງການ​ຫນູນ​ຊ່ວຍ​ກຳລັງ​ຄວາມ​ສາມາດ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ຊາວ​ຫນຸ່ມ ຫວຽດນາມ ​ໄລຍະ 2011 - 2020. ​ໂຄງການ​ດັ່ງກ່າວ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ທົ່ວ​ປະ​ເທດ​ແຕ່​ປີ 2012 - 2016 ​ໂດຍ​ມີ​ການ​ຫນູນ​ຊ່ວຍ​ຈາກ​ກອງ​ທຶນ​ປະຊາກອນ​ສະຫະ​ປະຊາ​ຊາດ​ປະຈຳ ຫວຽດນາມ ດ້ວຍ​ຍອດ​ທຶນ ODA ​ຊ່ວຍ​ເຫລືອ​ລ້າ 900.000 USD ​ແລະ ທຶນ​ສົມທົບ​ປະມານ 150.000​ USD. ເປົ້າໝາຍໄດ້ຮັບການຊົມໃຊ້ຈາກໂຄງການນັ້ນແມ່ນ ຊາວຫນຸ່ມ ແລະ ອາຍຸບໍ່ເຖິງກະສຽນ.

ຂ່າວ/ບົດ​ອື່ນ