ຫັນບັນດາຂົງເຂດຮ່ວມມືໃນຖະແຫລງການຮ່ວມ ຫວຽດນາມ- ອາເມລິກາ ເປັນລະອຽດ.

(VOVWORLD) - ກະຊວງ ຈະສົມທົບຢ່າງແຫນ້ນແຟ້ນກັບບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນເພື່ອເຮັດວຽກກັບບັນດາອົງການ ແລະ ທ້ອງຖິ່ນຂອງ ອາເມລິກາ ແນໃສ່ຫັນບັນດາຂົງເຂດຮ່ວມມືໃນຖະແຫລງການຮ່ວມເປັນລະອຽດ.

ຕອນບ່າຍວັນທີ 14 ກັນຍາ, ຢູ່ ຮ່າໂນ້ຍ ໃນການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອເຕື້ອງເຖິງການເຄື່ອນໄຫວຫນູນຊ່ວຍວິສາຫະກິດ ຫວຽດນາມ ແຊກຊຶມເຂົ້າຕະຫລາດ ອາເມລິກາ ເພື່ອແນໃສ່ປະຕິບັດຖະແຫລງການຮ່ວມກ່ຽວກັບການຍົກລະດັບການພົວພັນ ຫວຽດນາມ -ອາເມລິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ,ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ: ກະຊວງ ຈະສົມທົບຢ່າງແຫນ້ນແຟ້ນກັບບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນເພື່ອເຮັດວຽກກັບບັນດາອົງການ ແລະ ທ້ອງຖິ່ນຂອງ ອາເມລິກາ ແນໃສ່ຫັນບັນດາຂົງເຂດຮ່ວມມືໃນຖະແຫລງການຮ່ວມເປັນລະອຽດ.

ທີ່ການຖະແຫລງຂ່າວ, ກ່ຽວຂ້ອງເຖິງກອງປະຊຸມຂັ້ນສູງ ຫນຶ່ງແລວ - ຫນຶ່ງເສັ້ນທາງ ພວມດຳເນີນ ຢູ່ ຮົ່ງກົງ ປະເທດຈີນ, ໂດຍມີການເຂົ້າຮ່ວມຂອງທ່ານ ຫງວຽນຈິຢູ໋ງ,  ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ ຢືນຢັນ: ຫວຽດນາມ ຊົມເຊີຍບັນດາຂໍ້ລິເລີ່ມຊຸກຍູ້ການເຊື່ອມຕໍ່ ແລະຮ່ວມມືເສດຖະກິດ ພາກພື້ນ ບົນພື້ນຖານຮັບປະກັນບັນດາຫລັກການຢ່າງສະເຫມີພາບ, ການຮ່ວມມື ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບເຊິ່ງກັນ ແລະກັນ, ເໝາະສົມກັບກົດໝາຍສາກົນ ແລະ ກົດບັດ ສປຊ, ມຸ່ງໄປເຖິງຄາດໝາຍປະກອບສ່ວນແກ່ການພັດທະນາ ແລະ ວັດທະນາຖາວອນລວມຂອງທຸກປະເທດ. ຂໍ້ລິເລີ່ມ ຫນຶ່ງແລວ - ຫນຶ່ງເສັ້ນທາງ ກໍ່ນອນໃນຂອບເຂດການຮ່ວມມືເຊື່ອມຕໍ່ ລະຫວ່າງ ຫວຽດນາມ ແລະຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ