ຫັນບັນດາຊ່ອງດຶງດູດການລົງທຶນເຂົ້າຫວຽດນາມເປັນຫຼາຍຮູບຫຼາຍແບບ

ຫັນບັນດາຊ່ອງດຶງດູດການລົງທຶນເຂົ້າຫວຽດນາມເປັນຫຼາຍຮູບຫຼາຍແບບ - ảnh 1

(vovworld) –​​​​​​​​ ຕອນ​ເຊົ້າວັນ​ທີ 16/10, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ກອງ​ປະຊຸມ​ປະຈຳ​ປີ​ບັນດາ​ນັກ​ລົງທຶນ 2014 ​ໂດຍ​ກຸ່ມ​ບໍລິສັດ VinaCapital ຈັດຕັ້ງຂຶ້ນ. ​ແຂກ​ນັບ​ຮ້ອຍ​ຄົນ​ແມ່ນ​ບັນດາ​ນັກ​ລົງທຶນ​ສາກົນ, ບັນດາ​ຄູ່​ຮ່ວມ​ມື​​ໄດ້ເຂົ້າຮ່ວມກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈຸງຫາຍ ​ຕີ​ລາຄາ​ສູງ​ຄວາມ​ໝາຍ​ຂອງ​ເລື່ອງ​ບັນດາ​ອົງການ​ຈັດ​ຕັ້ງ, ວິ​ສາ​ຫະກິດ​​ເປັນ​ເຈົ້າການ​ໃນ​ການ​ສົ່ງ​ເສີມ​ການ​ລົງທຶນ, ຮຽກຮ້ອງ​ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ​ຮ່ວມ​ມື, ຮ່ວມ​ທຸລະກິດ​ຢູ່​ຕະຫຼາດ​ຫວຽດນາມ, ຖື​ວ່າ​ນີ້​ແມ່ນ​ບາດກ້າວ​ຫັນ​ບັນດາ​ຊ່ອງ​ດຶງ​ດູດ​ການ​ລົງທຶນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ. ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈຸງຫາຍ ຢືນຢັນ​ແຜນ​ນະ​ໂຍບາຍ​ຂອງ​ລັດຖະບານ​ໃນ​ການ​ສົ່ງ​ເສີມ ​ແລະ ສ້າ​ງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ບັນດາ​ກຸ່ມ​ບໍລິສັດ, ວິ​ສາ​ຫະກິດ, ນັກ​ລົງທຶນ​ຕ່າງປະ​ເທດ​ເຂົ້າຮ່ວມ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ.

  ພິ​ເສດ, ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈຸງຫາຍ ​​ໄດ້ແລກປ່ຽນ​ໂດຍ​ກົງ​ກັບ​ບັນດາ​ນັກ​ລົງທຶນ​ກ່ຽວ​ກັບ​ກາລະ​ໂອກາດ, ນະ​ໂຍບາຍ​ລົງທຶນ​ໃນ​ບາ​ງຂົງ​ເຂດ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢູ່​ກອງ​ປະຊຸມ​ຄື: ພະລັງງານ, ພື້ນຖານ​ໂຄງ​ລ່າງ, ຜະລິດ​ອຸດສາຫະກຳ, ​ ທ່ານ​ຢືນຢັນ​ວ່າ ຍາມ​ໃດ​ລັດຖະບານ​ກໍ່​ເອົາ​ໃຈ​ໃສ່ເປັນ​ພິ​​ເສດຕໍ່ການ​ດຶງ​ດູດ​ບັນດາ​ແຫຼ່ງກຳລັງ​ສັງຄົມ​ໃນ​ຂົງ​ເຂດ​ນີ້​ເພື່ອ​ຫລຸດຜ່ອນ​ການ​ລົງທຶນ​ຂອງ​ລັດ. ພ້ອມ​ກັນນັ້ນ, ບັນດາ​ນະ​ໂຍບາຍ​ພາສີ​ອາກອນ, ລະບຽບ​ການ​ກ່ຽວຂ້ອງ​ເຖິງ​ການ​ລົງທຶນ​ຕ່າງປະ​ເທດ​ກໍ່​ພວມ​ໄດ້​ຮັບ​ການ​ສ້າງ​ເປັນສົມ​ບູນ​ແບບ​ເພື່ອ​ແນ​ໃສ່​ສ້າງ​ຄວາມຈະ​ແຈ້ງ, ດຶງ​ດູດ​ບັນດາ​ນັກ​ລົງທຶນ​ກ່ວາ​ອີກ./.

ຂ່າວ/ບົດ​ອື່ນ