ຫັນ​ປ່ຽນ ​ໄປ​ຍັງ​ການ​ສົ່ງ​ອອ​ກທາງ​ການ​ ຕິດ​ພັນ​ກັບ​ການ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າຢ່າງ​ແຮງ

(VOVWORLD) - ທ່ານເຈິ່ນແທັງຫ໋າຍ, ຮອງຫົວໜ້າກົມການສົ່ງອອກນຳເຂົ້າ (ກະຊວງອຸດສາຫະກຳ ແລະ ການຄ້າ), ເນັ້ນໜັກວ່າ ກະຊວງອຸດສາຫະກຳ ແລະ ການຄ້າ ຈະເພີ່ມທະວີການສະໜອງຂໍ້ມູນຕະຫຼາດບົນພື້ນຖານດີຈີຕອນໃຫ້ແກ່ທ້ອງຖິ່ນ, ສະຫະພັນຂະແໜງສິນຄ້າ, ວິສາຫະກິດ.
ຫັນ​ປ່ຽນ ​ໄປ​ຍັງ​ການ​ສົ່ງ​ອອ​ກທາງ​ການ​ ຕິດ​ພັນ​ກັບ​ການ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າຢ່າງ​ແຮງ - ảnh 1ພາບປະກອບ: TTXVN

ເພື່ອບັນລຸໄດ້ເປົ້າໝາຍຍອດວົງເງິນການສົ່ງອອກໃນປີ 2024 ເພີ່ມຂຶ້ນປະມານ 6%ເມື່ອທຽບໃສ່ກັບປີ 2023, ປະມານ 377 ຕື້ USD, ວັນທີ 22 ມັງກອນ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ ຈະສຸມໃສ່ຂຸດຄົ້ນບັນດາສັນຍາການຄ້າເສລີ (FTA) ທີ່ມີຜົນສັກສິດ ແລະ ໄດ້ຮັບການລົງນາມແລ້ວ ຢ່າງມີປະສິດທິຜົນ, ຜັນຂະຫຍາຍ FTA ເພື່ອເປີດກວ້າງ, ຫັນຕະຫຼາດ, ສິນຄ້າສົ່ງອອກ, ລະບົບສະໜອງເປັນຫຼາຍຮູບແບບ. ພ້ອມກັນນັ້ນ, ກໍ່ເພີ່ມທະວີການສົ່ງເສີມການຄ້າໄປຍັງບັນດາຕະຫຼາດຈຸດສຸມ ແລະ ຄວາມສາມາດບົ່ມຊ້ອນ, ຫັນປ່ຽນໄປຍັງການສົ່ງອອກທາງການຕິດພັນກັບການສ້າງເຄື່ອງໝາຍການຄ້າຢ່າງແຮງ ເພື່ອແນໃສ່ຊຸກຍູ້ການສົ່ງອອກແບບຍືນຍົງ. ທ່ານເຈິ່ນແທັງຫ໋າຍ, ຮອງຫົວໜ້າກົມການສົ່ງອອກນຳເຂົ້າ (ກະຊວງອຸດສາຫະກຳ ແລະ ການຄ້າ), ເນັ້ນໜັກວ່າ ກະຊວງອຸດສາຫະກຳ ແລະ ການຄ້າ ຈະເພີ່ມທະວີການສະໜອງຂໍ້ມູນຕະຫຼາດບົນພື້ນຖານດີຈີຕອນໃຫ້ແກ່ທ້ອງຖິ່ນ, ສະຫະພັນຂະແໜງສິນຄ້າ, ວິສາຫະກິດ; ໜູນຊ່ວຍການສ້າງ ແລະ ຜັນຂະຫຍາຍການເຄື່ອນໄຫວສົ່ງເສີມການຄ້າເຕົ້າໂຮມ, ຂອບຂະໜາດໃຫຍ່, ມີລັກສະນະເຊື່ອມຈອດເຂດໃຫ້ແກ່ຜະລິດຕະພັນ, ຂະແໜງສິນຄ້າທີ່ອາດຈະເປັນທ່າແຮງຂອງເຂດຢູ່ບັນດາຕະຫຼາດເປົ້າໝາຍ. ນອກຈາກນັ້ນ, ກະຊວງອຸດສາຫະກຳ ກໍ່ສືບຕໍ່ຍູ້ແຮງການເຈລະຈາ, ເຊັນບັນດາສັນຍາ, ໃຫ້ຄຳໝັ້ນສັນຍາ, ເຊື່ອມຕໍ່ການຄ້າໃໝ່, ຜັນຂະຫຍາຍການປະຕິບັດບັນດາຍຸດທະສາດ, ໂຄງການກະທຳກ່ຽວກັບການສົ່ງອອກສິນຄ້າ, ພັດທະນາການບໍລິການ logistics, ພັດທະນາການຕະຫຼາດສົ່ງອອກເຂົ້າສານ ແລະ ພິເສດແມ່ນໜູນຊ່ວຍວິສາຫະກິດຜ່ານຜ່າຮົ້ວກີດຂວາງການຄ້າໃໝ່ຢູ່ບັນດາຕະຫຼາດນຳເຂົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ