ຫັນປ່ຽນກະສິກຳຈະຊ່ວຍຫວຽດນາມຊຸກຍູ້ການເຕີບໂຕ

ຫັນປ່ຽນກະສິກຳຈະຊ່ວຍຫວຽດນາມຊຸກຍູ້ການເຕີບໂຕ - ảnh 1
ພິ​ທີປະ​ກາດ​ບົດ​ລາຍ​ງານ​ພັດ​ທະ​ນາ​ຫວຽດ​ນາມ ປີ 2016
(ພາບ: TTXVN)

(vovworld) - ວັນ​ທີ 27/09, ທະ​ນາ​ຄານ​ໂລກ (WB) ປະ​ຈຳ​ຫວຽດ​ນາມ ໄດ້​ປະ​ກາດ​ບົດ​ລາຍ​ງານ​ພັດ​ທະ​ນາ​ຫວຽດ​ນາມ ປີ 2016 ດ້ວຍ​ຫົວ​ຂໍ້ “ຫັນ​ປ່ຽນ​ກະ​ສິ​ກຳ​ຫວຽດ​ນາມ: ເພີ່ມມ​ູນ​ຄ່າ​ເພີ່ມ, ຫຼຸດ​ຜ່ອນ​ສົ້ນ​ເຂົ້າ”. ທ່ານ Ousmane Dione, ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ໂລກປະ​ຈຳ​ຫວຽດ​ນາມ ເນັ້​ນ​ໜັກ​ວ່າ, ຂະ​ແໜງ​ກະ​ສິ​ກຳ​ຕ້ອງ​ມີ​ການ​ປ່ຽ​ນ​ໃໝ່​ເພື່ອ​ຜ່ານ​ຜ່າ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ໃນ​ປະ​ຈຸ​ບັນ, ຮັບ​ປະ​ກັບ​ການ​ເຕ​ີບ​ໂຕດ້ານ​ກະ​ສິ​ກຳ​ໃນ​ອະ​ນາ​ຄົດ ແລະ ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ, ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ຊາ​ຊົນ​ໃຫ້​ເປັນ​ຢ່າ​ງ​ດີກວ່າ. ບົດ​ລາຍ​ງານ​ໄດ້​ໄຈ້​ແຍກບັນ​ດາ​ກາ​ລະ​ໂອາກາດ ແລະ ສິ່ງທ້​າ​ທາຍໃນ​ຂະ​ແໜງ​ກະ​ສິ​ກຳ ແລະ ເນັ້ນ​ໜັກ​ວ່າ, ເພື່ອ​ຮັກ​ສາ​ທ່າ​ແກ່ງ​ແຍ້ງ​ໃນ​ຕະ​ຫຼາດ​ສາ​ກົນ, ຫວຽດ​ນ​າມ ຕ​້ອງ​ຍົກ​ສ​ູງຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ, ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ, ພ້ອມ​ທັງ​ຍົກ​ສູງ​ມູນ​ຄ່າ​ເພີ່ມ. ບົດ​ລາຍ​ງານ​​ການພັດ​ທະ​ນາ​ຫວຽດ​ນາມ ປີ 2016 ໄດ້​ຮັບ​ຮອງ​​ຄວາມ​ກ້າວ​ໜ້າ​ທ​ະ​ລຸ​ຂອງ​ຂະ​ແໜງ​ກະ​ສິ​ກຳ, ຫວຽດ​ນາມ ໄດ້​ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ, ທັນ​ຍາ​ຫານ​ອັນ​ດັບ​ໜຶ່ງ ແລະ ນອນ​ໃນ​ຈຳ​ນວນ​ກຸ​່ມ 5 ປະ​ເທດ​ສົ່ງ​ອອກ​ສິນ​ໃນ​ນ້ຳ, ເຂົ້າ​ສານ, ກາ​ເຟ… ​ຫຼາຍກວ່າ​ໝູ່.

        ແລະ​ກ​ໍ່​ໃນ​ວັນ​ດຽວ​ກັນ, ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ (ADB) ປະ​ຈຳ​ຫວຽດ​ນາມ ໄດ້​ອັບ​ເດັດ​ການ​ຕີ​ລາ​ຄາ​ແງ່​ຫວັງ​ພັດ​ທະ​ນາ​ເສດ​ຖະ​ກິດ​ຫວຽດ​ນາມ ປີ 2016 ແລະ 2017, ຕາມນັ້ນ​ແລ້ວ, ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ສືບ​ຕໍ່​ເຄື່ອນ​ໄຫວ​ເປັນ​ຢ່າງ​ດີ, ເຖິງວ່າ​ປະ​ສົບ​ກັບ​​ສິ່ງ​ທ້າ​ທາຍ ຍ້ອນ​ການ​ຫຼຸດ​ຜ່ອນ​ຂອງ​ຂະ​ແໜງ​ກະ​ສິ​ກຳ ແລະ ຂຸດ​ຄົ້​ນແຮ່​ທາດ​ໃນ​ເຄິ່ງ​ປີ 2016. ບົດ​ລາຍ​ງານ​ໄດ້​ຄາດ​ຄະ​ເນປີ 2016, ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ບັນ​ລຸ 6,0% ແລະ ປີ 2017 ບັນ​ລຸ 6,3%.

ຂ່າວ/ບົດ​ອື່ນ