ຫັນພື້ນຖານເສດຖະກິດເປັນທັນສະໄໝພ້ອມກັບການຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງເສດຖະກິດພາກເອກະຊົນ

ຫັນພື້ນຖານເສດຖະກິດເປັນທັນສະໄໝພ້ອມກັບການຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງເສດຖະກິດພາກເອກະຊົນ - ảnh 1
​ກອງ​ປະຊຸມ​ສຳ​ມະ​ນາ ຄວາມ​ມຸ່ງ​ຫວັງ ຫວຽດນາມ 2035

(vovworld) - ​ ​​ເພື່ອ​ມຸ່ງ​ໄປ​ເຖິງ​ຄວາມ​ວັດທະນາ​ຖາວອນ, ມີຫົວຄິດ​ປະດິດ​ສ້າງ, ຍຸຕິ​ທຳ ​ແລະ ປະຊາທິປະ​ໄຕ, ການ​ເລືອກ​ເຟັ້ນ​ໜຶ່ງ​ດຽວ​ຂອງ ຫວຽດນາມ ​ແມ່ນ​ສືບ​ຕໍ່​ປະຕິບັດ​ການ​ປະຕິ​ຮູບ ​ແລະ ປ່ຽນ​ໃໝ່; ​ໃນ​ນັ້ນ ສຸມ​ໃສ່​ຫັນ​ພື້ນຖານ​ເສດຖະກິດ​ເປັນ​ທັນ​ສະ​ໄໝ, ພ້ອ​ມທັງ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ພາກ​ພື້ນ​ເສດຖະກິດ​ເອກະ​ຊົນ. ນີ້​ແມ່ນ​ບັນ​ຫາທີ່ໄດ້​ເຕື້ອງ​ເຖິງ​ຢູ່​ກອງ​ປະຊຸມ​ສຳ​ມະ​ນາ “ຄວາມ​ມຸ່ງ​ຫວັງ ຫວຽດນາມ 2035: ບົດ​ບາດ​ຂອງ​ວິ​ສາຫະກິດ ​ແລະ ຄວາມ​ຮຽກຮ້ອງ​ຫັນ​​ລະບອບ​ລະບຽບການເປັນ​ທັນ​ສະ​ໄໝ” ​​ໂດຍ​ຫ້ອງການ​ການ​ຄ້າ ​ແລະ​ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບ​ກັບ​ທະນາຄານ​ໂລກ (WB) ປະຈຳ ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 15/06 ຢູ່​ນະຄອນ ດ່າ​ໜັງ. ກອງ​ປະຊຸ​ມສຳ​ມະ​ນາ​ແມ່ນ​ເວທີ​ປາ​ໄສ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ, ນັກຊ່ຽວຊານ​ປຶກສາ​ຫາລືກ່ຽວ​ກັບ​ມາດ​ຕະການ​ເພີ່ມ​ທະວີ​ບົດບາດ​ຂອງ​ວິ​ສາ​ຫະກິດ​ໃນ​ວິວັດ​ການມີ​ຫົວຄິດ​ປະດິດ​ສ້າງ​ລະບອບລະບຽບ​ການ​ເປັນ​ທັນ​ສະ​ໄໝຫັນ“ຄວາມ​ມຸ່ງ​ຫວັງ ຫວຽດນາມ 2035” ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.

 

ຂ່າວ/ບົດ​ອື່ນ