ຫັນ​ສິ່ງ​ທ້າ​ທາຍ​ເປັນ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ

(VOVWORLD) - ຕອນເຊົ້າວັນທີ 16 ທັນວາ, ຢູ່ຮ່າໂນ້ຍ, ປະຕູຖານຂໍ້ມູນເອເລັກໂຕນິກ ລັດຖະບານ ໄດ້ຈັດຕັ້ງການໂອ້ລົມສົນທະນາ ດ້ວຍຫົວຂໍ້ “3 ປີ ຜັນຂະຫຍາຍມະຕິ “ຖືກທິດ”: ຫັນສິ່ງທ້າທາຍເປັນກາລະໂອກາດພັດທະນາ”.
ຫັນ​ສິ່ງ​ທ້າ​ທາຍ​ເປັນ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ - ảnh 1ການໂອ້ລົມສົນທະນາ ດ້ວຍຫົວຂໍ້ “3 ປີ ຜັນຂະຫຍາຍມະຕິ “ຖືກທິດ”: ຫັນສິ່ງທ້າທາຍເປັນກາລະໂອກາດພັດທະນາ” (ພາບ:baochinhphu.vn)
ມະຕິເລກທີ 120 ຂອງ ລັດຖະບານ ກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແບບຍືນຍົງ ແລະ ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ ໄດ້ປະກາດໃຊ້ເມື່ອປີ 2017 ນັ້ນ ໄດ້ຮັບຖືວ່າ ແມ່ນບາດກ້າວບຸກທະລຸ, ເປີດແງ່ຫວັງໃໝ່ໃຫ້ແກ່ບາດກ້າວກະໂດດຂັ້ນໃນອະນາຄົດ ຂອງອູ່ເຂົ້າໃຫຍ່ທີ່ສຸດຢູ່ຫວຽດນາມ. ພາຍຫຼັງປະຕິບັດມາເປັນເວລາ 3 ປີ, ບັນດາໂຄງການໄດ້ສ້າງທ່ວງທ່າພັດທະນາຢ່າງແຮງໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

        ໃນສະພາບການປ່ຽນແປງຂອງດິນຟ້າອາກາດນັບມື້ນັບມີການຜັນແປຢ່າງສັບສົນ, ຍາກທີ່ຄາດຄະເນລ່ວງໜ້າ ໄດ້ສົ່ງຜົນສະທ້ອນເຖິງການພັດທະນາຂອງເຂດ, ທ່ານ ເຈິ່ນກົງທັ໊ງ, ຫົວໜ້າສະຖາບັນນະໂຍບາຍ ແລະ ຍຸດທະສາດພັດທະນາຊົນນະບົດ ຖືວ່າ, ຄວນມີການຄົ້ນຄວ້າ, ຕີລາຄາຢ່າງຮອບດ້ານ ແລະ ມີວິທະຍາສາດ ເພື່ອມີການກຳນົດທິດຍຸດທະສາດແບບກວມລວມ, ຍາວນານ, ມີມາດຕະການຄົບຊຸດ, ຮີບດ່ວນ ແລະ ມີບັນດາກົນໄກ, ນະໂຍບາຍໃໝ່ ທີ່ມີລັກສະນະບຸກທະລຸ, ຍາດແຍ່ງກາລະໂອກາດເພື່ອພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ