ຫັນ​ເປັນ​ດີ​ຈີ​ຕອນ - ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ຈາກ​ສັນ​ຍາ EVFTA

(VOVWORLD) -  “ຫັນເປັນດີຈີຕອນ - ຍາດແຍ່ງກາລະໂອກາດຈາກສັນຍາ EVFTA” ນີ້ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາທາງອອນລາຍໂດຍສູນກຳມະການສາກົນ ຫວຽດນາມ ສົມທົບກັບສູນສົ່ງເສີມການຄ້າ ແລະ ການລົງທຶນ ນະຄອນໂຮ່ຈີມິນຈັດຕັ້ງໃນວັນທີ 26 ສິງຫາ.

ກອງປະຊຸມສຳມະນາເພື່ອແນໃສ່ແຈ້ງໃຫ້ຊາບກ່ຽວກັບສະພາບການເສດຖະກິດຈາກຜົນກະທົບຂອງໂລກລະບາດ Covid – 19, ນຳສະເໜີບັນດາວິທີການສຳຜັດ, ນຳໃຊ້ກາລະໂອກາດ, ຄວາມສະດວກຈາກ EVFTA, ໜູນຊ່ວຍບັນດາວິສາຫະດຫຼຸດຜ່ອນຄວາມຫຍຸ້ງຍາກໃນໄລຍະນີ້ ແລະ ໄລຍະຫຼັງໂລກລະບາດ Covid – 19. ທ່ານປ.ອ ຫງວຽນຕ໊ວນຮວາ, ນັກຊ່ຽວຊານໃຫ້ຄຳປຶກສາວິທີການແກ້ໄຂທາງດ້ານເຕັກໂນໂລຢີຂໍ້ມູນຂ່າວສານ, ກຳມະການສັງກັດສູນກຳມະການສາກົນຫວຽດນາມ, ຢັ້ງຢືນວ່າ: 

        EVFTAແມ່ນກາລະໂອກາດ ແລະ ຈະປະກົດມີຫຼາຍກາລະໂອກາດຄືແນວນີ້. ແລະການຫັນເປັນດີຈີຕອນແມ່ນທາດແທ້. ຖ້າຫາກວ່າວິສາຫະກິດຫັນປ່ຽນສຳເລັດຜົ້ນນັ້ນ, ກໍ່ສາມາດສຳຜັດກັບທຸກໆຕະຫຼາດ, ບໍ່ພຽງແຕ່ເອີລົບເທົ່ານັ້ນ. ການເຫັນເປັນດີຈີຕອນຕັດສິນຄວາມຄົງຕົວຫຼືຖືກ ຄັດເຂ່ຍ. ເພາະສະນັ້ນ, ການຫັນເປັນດີຈີຕອນແມ່ນຕ້ອງປະຕິບັດໂດຍບັງຄັບ, ແມ່ນສິ່ງຈຳເປັນຕ້ອງເປັນໄປທີ່ສຸດ, ບໍ່ອາດເຮັດຕ່າງກັນໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ