ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ: ແບ່ງ​ປັນ ແລະ ​ເຊື່ອມ​ຕ​ໍ່

(VOVWORLD) -ຕາມທ່ານ ຫງວຽນຮຸຍຢຸງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ແລ້ວ, ເພື່ອຜ່ານຜ່າສິ່ງທ້າທາຍທີ່ອາດຈະເກີດຂຶ້ນໃນວິວັດການຫັນເປັນດີຈີຕອນ, ວິທີການໜຶ່ງດຽວນັ້ນແມ່ນຕ້ອງການກະທຳ. 
ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ: ແບ່ງ​ປັນ ແລະ ​ເຊື່ອມ​ຕ​ໍ່ - ảnh 1ທ່ານ ຫງວຽນຮຸຍຢຸງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ (ພາບ: congnghe.tuoitre.vn) 

ເວທີປາໄສຂັ້ນສູງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ - ວັນເຫັນເປັນດີຈີຕອນ ຫວຽດນາມ 2020, ດ້ວຍຫົວຂໍ້ “ເຫັນເປັນດີຕີຕອນແຫ່ງຊາດ - ແບ່ງປັນ ແລະ ເຊື່ອມຕໍ່” ໄດ້ໄຂຂຶ້ນໃນວັນທີ 14 ທັນວາ, ຢູ່ຮ່າໂນ້ຍ. ບັນດານັກຊ່ຽວຊານດ້ານເຕັກໂນໂລຢີ ຂໍ້ມູນຂ່າວສານ, ຜູ້ຕາງໜ້າບັນດາວິສາຫະກິດ ອຸດສາຫະກຳ ຂໍ້ມູນຂ່າວສານ… ໄດ້ປຶກສາຫາລື, ແລກປ່ຽນກ່ຽວກັບບັນດາສິ່ງທ້າທາຍກໍ່ຄື ກາລະໂອກາດ ເພື່ອແນໃສ່ຍົກອອກຂໍ້ສະເໜີກ່ຽວກັບບັນດາວິທີການຊຸກຍູ້ວິວັດການຫັນເປັນດີຈີຕອນຢູ່ ຫວຽດນາມ.

        ຕາມທ່ານ ຫງວຽນຮຸຍຢຸງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ແລ້ວ, ເພື່ອຜ່ານຜ່າສິ່ງທ້າທາຍທີ່ອາດຈະເກີດຂຶ້ນໃນວິວັດການຫັນເປັນດີຈີຕອນ, ວິທີການໜຶ່ງດຽວນັ້ນແມ່ນຕ້ອງການກະທຳ. ທ່ານໃຫ້ຮູ້ວ່າ:

        ການເຫັນເປັນດີຈີຕອນແມ່ນ ການຫັນ ສະພາບການຕົວຈິງ ເປັນດີຈີຕອນ. ການຫັນປ່ຽນນີ້ແມ່ນໃໝ່, ບໍ່ເຄີຍມີມາກ່ອນ, ເພາະສະນັ້ນ ຄວາມຮັບຮູ້ແມ່ນສຳຄັນ ແລະ ພວກເຮົາຕ້ອງແບ່ງປັນເຊິ່ງກັນແລະກັນ. ການຫັນເປັນດີຈີຕອນ ຈະປະສົບຜົນສຳເລັດຖ້າມີການເຂົ້າຮ່ວມຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ