ຫັນເປົ້າໝາຍສ້າງປະຊາຄົມອາຊຽນ ເປັນເອກະພາບ, ສັນຕິພາບ, ວັດທະນາຖາວອນໃຫ້ປະກົດຜົນເປັນຈິງ

(vovworld)- ພາຍ​ຫລັງ​ກະ​ກຽມມາ​ເປັນ​ເວ​ລາຫລາຍ​ປີ​, ​ສຸດ​ທ້າຍ ປະ​ຊາ​ຄົມ ອາ​ຊ​ຽນ ໄດ້​ລົງ​ນາມ​ໃນ​ຖະ​ແຫລງ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ, ປະ​ກາດ​ຕໍ່​ໂລກ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ ຂອງ​ພາກ​ພື້ນ ດ້ວຍ​ຫລາຍ​ເປົ້າ​ໝາຍ, ນັ້ນ​ແມ່ນ​ເປັນ​ເອ​ກະ​ພາບ, ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ, ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ຫລາຍກວ່າ​ໃຫ້​ແກ່ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ​ການ ພັດ​ທະ​ນາ​ຂອງ​ໂລກ.

ຫັນເປົ້າໝາຍສ້າງປະຊາຄົມອາຊຽນ ເປັນເອກະພາບ, ສັນຕິພາບ, ວັດທະນາຖາວອນໃຫ້ປະກົດຜົນເປັນຈິງ - ảnh 1
ການ​ນຳ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ລົງ​ນາມ​ໃນ​ຖະ​ແຫລງ​ການ
ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ 2015

        ວັນ​ທີ  21/11, ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 27 ດຳ​ເນີນ​ໄປ​ຢູ່ ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ ປະ​ເທດ ​ມາ​ເລ​ເຊຍ ໄດ້​ສ້າງ​ຫນ້າ​ປະ​ຫວັດ​ສາດ ເມື່ອ​ການ​ນຳ 10 ປະ​ເທດ ສ​ະ​ມາ​ຊິກ ອາ​ຊຽນ ລົງ​ນາມ​ໃນ​ຖະ​ແຫລງ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ 2015 ແລະ ວາງ​ອອກວິ​ໄສ​ທັດ ອາ​ຊຽນ 2025 ​ດ້ວຍການ​ເປັນ​ສັກ​ຂີພິ​ຍານຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki moon ແລະ ການ​ນຳ 8 ປະ​ເທດ​ຄູ່​ຮ່ວມ​ມື​ຄູ່​ເຈ​ລະ​ຈາ​ຂອງ ອາ​ຊຽນ.

       ອາ​ຊຽນ ສວມ​ບົດ​ບາດ​ໃຫຍ່ກວ່າ​ໃນ​ເວ​ທີ​ການ​ເມືອງ​ທົ່ວ​ໂລກ

        ຕາມ​ເນື້ອ​ໃນ​ຂອງ​ຖະ​ແຫລງ​ການ, ປະ​ຊາ​ຄົມ ອາ​ຊຽນ ຈະ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 31/12/2015 ໂດຍ​ອີງ​ໃສ່ 3 ເສົາ​ຄ້ຳ ຕົ້ນ​ຕໍ ນັ້ນ​ແມ່ນ ປະ​ຊາ​ຄົມ​ການ​ເມືອງ ຄວາມ​ໝັ້ນ​ຄົງ, ປະ​ຊາ​ຄົມ​ເສດ​ຖະ​ກິດ ແລະ ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ​ສັງ​ຄົມ. ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫລວງ, ນຳ​ອາ​ຊຽນ ໄປ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃຫມ່, ສະ​ຫນິດ​ຕິດ​ພັນ​​ກັບດ້ານ​ການ​ເມືອງກວ່າ, ຮ່ວມ​ສຳ​ພັນ​ກ່ຽວ​ກັບ​ເສດ​ຖະ​ກິດ ພ້ອມ​ກັນ​ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​​ຕໍ່ສັງ​ຄົມ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​​ລວມໃຫ້​ປະ​ເທດ​ສະ​ມາ​ຊິກ​ທັງ​ໝົດ.

        ຖະ​ແຫລງ​ການ​ວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ 2025 ເນັ້ນ​ຫນັກ​ວ່າ: ອາ​ຊຽນ ຕັດ​ສິນ​ໃຈ​ປັບ​ປຸງ​ຄວາມ​ເຂັ້ມ​ແຂງ​ຂອງ​ປະ​ຊາ​ຄົມ, ເສີມ​ຂະ​ຫຍາຍ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້ ແລະ​ເຮັດ​ໃຫ້​ວິ​ວັດ​ການ​ຮ່ວມ​ສຳ​ພັນ​ເລິກ​ເຊິ່ງກວ່າ ຫັນ​ປະ​ຊາ​ຄົມ​ອາ​ຊຽນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ​ໂດຍ​ອີງ​ໃສ່​ລະ​ບົບ​ກົດ​ໝາຍ, ມຸ່ງ​ໄປ​ເຖິງ​ປະ​ຊາ​ຊົນ ແລະ ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ. ເມື່ອ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ ປະ​ຊາ​ຊົນ​ຈະ​ໄດ້​ຮັບ​ບັນ​ດາ​ສິດ​ເສ​ລີ​ພື້ນ​ຖານ, ​ ​ ​ຊີ​ວິດມີ ຄຸນ​ນະ​ພາບກວ່າ ພ້ອມ​ກັບ​ບັນ​ດາ​ຜົນ​ປະ​ໂຫຍດ​ຊື່ງວິ​ວັດ​ການ​​ສ​້າງ​ຕັ້ງ​ປະ​ຊາ​ຄົມ​ໄດ​້ນຳ​ມາ​ໃຫ້.

        ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເລ​ເລືອງ​ມີງ ແລ້ວ, ການ​ສ້າງ​ຕັ້ງ ປະ​ຊາ​ຄົມ ອາ​ຊຽນ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ອັນ​ໃຫຍ່​ຫລວງ, ກ່ອນ​ອື່ນ ແມ່ນ​ດ້ານ​ການ​ເມືອງ​ຄວາມ​ໝັ້ນ​ຄົງ. ຈາກ​ກົນ​ໄກ​ຮ່ວມ​ມືບໍ່​ທັນ​ຮ່ວມ​ສຳ​ພັນຢ່າງ​ແທ້​ຈິງ ດ້ວຍ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ເປັນ​ເອ​ກະ​ພາບ, ອາ​ຊຽນ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ອັນ​ໃຫຍ່​ຫລວງ​ຂອງ​ຕົນ  ແລະ ສວມ​ບົດ​ບາດ​ເປັນ​ເຈົ້າ​ການ​ໃນ​ການ​ວາງ​ມາດ​ຕະ​ການ​ສຳ​ລັບ​ບັນ​ດາ​ບັນ​ຫາ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ.

        “​ໃນບັນ​ດາ​ກົນ​ໄກ​ພາກ​ພື້ນ ໂດຍ ອາ​ຊຽນ ລິ​ເລີ່ມ ພວມ​ນັບ​ມື້​ນັບ​ກາຍ​ເປັນ​ເວ​ທີ​ປາ​ໄສ​ໄວ້​ເນື້ອ​ເຊື່ອ​ໃຈ​​ສຳ​ລັບ​ການ​ເຈ​ລະ​ຈາຮ່ວມ​ມື ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ຄວາມ​ໝັ້ນ​ຄົງ ການ​ຮ່ວມ​ມື​ພັດ​ທະ​ນາ, ບໍ່​ພຽງ​ແຕ່​ຂອງ​ພາກ​ພື້ນ ອາ​ຊຽນ ເທົ່າ​ນັ້ນ ຫາກ​ນັບ​ທັງ​ພາກ​ພື້ນ ອາ​ຊ​ີ ປາ​ຊີ​ຟີກ ທີ່​ມີ​ຫລາຍ​ຮູບ​ຫລາຍ​ແບບ ແລະ ສັບ​ສົນ ດ້ວຍ​ການ​ແຊກ​ແຊງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ບັນ​ດາ​ປະ​ເທດ​ໃຫຍ່ ດ້ວຍ​ບັນ​ດາຜົນ​ປະ​ໂຫຍດ​ແຊກ​ຊ້ອນ, ຊ້່ຳ​ບໍ່​ໜຳ​ຍັງ​ເປັນ​ການກົງ​ກັນຂ້າມ​ອີກ.”

       ຫວຽດ​ນາມ ແບ່ງ​ປັນ​ຜົນ​ປະ​ໂຫຍດ ແລະ ຄວາມ​ຮັບ​ຜິດ​ຊອບ​ລວມ

        ເລື່ອງ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ສຳ​ລັບ​ທັງ​ກຸ່ມ ເວົ້າ​ລວມ ແລະ ຫວຽດ​ນາມ​ເວົ້າ​ສະ​ເພາະ. ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ ໄດ້​ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ພື້ນ​ຖານ​ໃຫ້​ວິ​ວັດ​ການ​ເຊື່ອມ​ໂຍງ​ຂອງ​ຫວຽດ​ນາມ, ເປີດ​ໄລ​ຍະ​ພັດ​ທະ​ນາ​ໃຫມ່.

        ເຖິງວ່າ ກາ​ລະ​ໂອ​ກາດ​ນຳ​ມາ​ໃຫ້​ຫວຽດ​ນາມ​ແມ່ນ​ໃຫຍ່​ຫລວງ ແຕ່​​​ ຍັງ​ມີ​ການທ້າ​ທາຍ​​ອີກ​ດ້ວຍ ເປັນ​ຕົ້ນ ແມ່ນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ. ເມື່ອ​ເຂົ້​າ​ຮ່ວມ​ປະ​ຊາ​ຄົມ ອາ​ຊຽນ ຫວຽດ​ນາມ ຕ້ອງ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ຄ​ົບ​ຖ້ວນ ແລະ ທັນ​ການ. ນັ້ນ​ແມ່ນ​ບັນ​ດາ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ດ້ານ​ນິ​ຕິ​ກຳ, ການ​ເປີດ​ປະ​ຕູ​ຕະ​ຫລາດ ແລະ ການ​ສຳ​ພັດ​ກັບ​ຕະ​ຫລາດ, ການ​ແກ້ງ​ແຍ້ງ​ຢ່າງ​ສະ​ເຫມີ​ພາບ ແລະ ໂປ່ງ​ໃສ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ແຕ່​ລະ​ສະ​ມາ​ຊິກ ຕໍ່​ປ​ະ​ຊາ​ຄົມ, ການ​ສະ​ຫນິດ​ຕິດ​ພັນ​ໃນ​ອະ​ນາ​​ຄົດ​ສະ​ເພາະ ຂອງ​ຕົນ ກັບ​ອະ​ນາ​ຄົດ​ລວມ​ຂອງ ອາ​ຊຽນ. ໄຈ້​ແຍກ​ສິ່ງດັ່ງ​ກ່າວ ທ່ານ ເລ​ກົງ​ຟຸ້ງ, ອະ​ດີດ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຖື​ວ່າ:

“ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ, ນັ້ນ​ແມ່ນ​ສິ່ງ​ທີ່​ສະ​ດວກບໍ່​ພຽງ​ແຕ່​ໃຫ້​ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ນັບ​ທັງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອີກ​ດ້ວຍ. ກ່ອນ​ອື່ນ, ນັ້ນ​ແມ່ນ​ຕະ​ຫລາດ​ໃຫຍ່, ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຈະ​ຊ່ວຍ​ເຫລືອ​ກັນ​ໃນການ​ແລກ​ປ່ຽນ​ຄ້າ​ຂາຍ​ສິນ​ຄ້າ ພ້ອມ​ກັນ​ພັດ​ທະ​ນາ. ທີ​ສອງ ແຫລ່ງ​ຄົນ​ງານ, ແຫລ່ງ​ທຶນ​​ໃນ​ພາກ​ພື້ນແມ່ນ​ອຸ​ດົມ​ສົມ​ບູນ ຈະ​ຊ່ວຍ​ໃຫ້​ຫວຽດ​ນາມ ມີ​ກາ​ລະ​ໂອ​ກາດ​ແກ້ງ​ແຍ້ງ​ທ່າ​ໄດ້​ປຽບ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ອື່ນ, ຮັບ​ໃຊ້​ການ​ພັດ​ທະ​ນາ​ຂອງ​ຕົນ. “

        ປະ​ຊາ​ຄົມ ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ກົງ​ກັບ​ໂອ​ກາດ 20 ປີ​ທີ່ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊ​ຽນ. ດ້ວຍ​ຄວາມ​ຮັບ​ຮູ້​ອັນ​ຖືກ​ຕ້ອງ​ກ່ຽວ​ກັບ​ການ​ຮ່ວມ​ມື​ອາ​ຊຽນ ແມ່ນ​ຜົນ​ປະ​ໂຫຍດ​ແທ້​ຈິງ​ທີ່​ມີ​ຕໍ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ຫວຽດ​ນາມ ຢືດ​ໝັ້ນ​ເຈດ​ຈຳ​ນົງ ແລະ ຄວາມ​ຕັດ​ສິນ​ໃຈ, ສະ​ຫນິດ​ຕິດ​ພັນ​ກັບ​ກຸ່ມ ອາ​ຊຽນ ກວ່າ ພ້ອມ​ທັງ​ສືບ​ຕໍ່​ມີ​ການ​ກະ​ທຳ​ລະ​ອຽດ, ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ໃຫ້ ອາ​ຊຽນ​ກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ