ຫໍພິພິຕະພັນຝະລັ່ງເຊີດຊູ ສິລະປະຂັບກາຍເລື່ອງຫວຽດນາມ

ຫໍພິພິຕະພັນຝະລັ່ງເຊີດຊູ ສິລະປະຂັບກາຍເລື່ອງຫວຽດນາມ - ảnh 1
ນັກ​ສິລະ​ປີນ​ປະຊາ​ຊົນ ງອກ​ເຢົາ(ເບື້ອງຂວາ) ໃນການສະແດງລະຄອນກາຍເລືອງ

Vovworld- ​ໃນວັນ​ທີ 8/3 ແລະ 9/3, ເປັນຄັ້ງທຳອິດໃນເວທີ່ການສະແດງ ຫໍພິພິຕະພັນ​ແຫ່ງ​ຊາດ​ບັນດາ​ປະ​ເພດ​ສິລະ​ປະ​ອາຊີ Guinet ຢູ່​ປາຣີນັ້ນ, ສິລະ​ປະ​ຂັບ​ກາຍ​ເລື່ອງ​ຫວຽດນາມ​ໄດ້​ຮັບ​ການ​ແນະນຳ​ຕໍ່​ມວນ​ຊົນ​ຝະລັ່ງ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິລະ​ປີນ​ປະຊາ​ຊົນ ງອກ​ເຢົາ. ນອກຈາກ​ນັ້ນ ກໍ​ຍັງມີ​ການ​ເຂົ້າຮ່ວມ ຂອງນັກ​ສິລະ​ປີນ ​ເຮືອງ​ແທງ ຢູ່​ຝະລັ່ງ, ວົງ​ຄ້ອງ ຈົ້ງ​ດົງ ​ແລະ ຄະນະ​ກິລາ​ມວຍ ​ເຊີນ​ດົງ ຢູ່​ຝະລັ່ງ. ທ່ານ Hubert Laot ຜູ້ອຳນວຍການ ຂະ​ແໜງ​ສິລະ​ປະ​ຂອງ ຫໍພິພິຕະພັນ​ Guinet ​ໃຫ້​ຮູ້​ວ່າ : 

    “ຂັບ​ກາຍ​ເລື່ອງ​ຫວຽດນາມ ​ແມ່ນ​ປະ​ເພ​ດສິລະ​ປະ ທີ່​ຈັບ​ໃຈ ຊຶ່ງ​ໄດ້​ຮັບ​ການ​ກຳ​ເນີ​ດຈາກ​ເຂັດ​ຊົນນະບົດ​ຫວຽດຍາມ, ມັນ​ໄດ້​ສ່ອງ​ແສງ​ພື້ນຖານ​ປະຫວັດສາດ​ແຫ່ງ​ສິວິ​ໄລ​ຂອງ​ຫວຽດດາມຜ່ານ​ໄລຍະ​ຕ່າງໆ. ພິ​ເສດ​ຜ່ານ​ສະ​ໄໝ​ຝະລັ່ງ​​ເຂົ້າ​ມາ​ຄອບ​ຄອງ, ສິລະ​ປະຂັບ​ກາຍ​ເລື່ອງ​ຫວຽດນາມ​ໄດ້​ຮັບ​ຜົນ​ສະທ້ອນຈາກ​ ສິລະ​ປະການສະ​ແດງ​ລະຄອນ​ຂອງ​ຝະລັ່ງ, ການຈັດ​ສັນ​ເວ​ທີ່​ສະ​ແດງ ​ແລ​ະ ນັບ​ທັງ​ວັນນະຄະດີ​ຝະລັ່ງ​ອີກ​ດ້ວຍ ” 

ຂ່າວ/ບົດ​ອື່ນ