ຫໍພິພິທະພັນ ຮ່າໂນ້ຍ ຮັບເອົາຮູບຈຳລອງປະຕູໂຂງໝູ່ບ້ານ ໂມງຟຸ

ຫໍພິພິທະພັນ ຮ່າໂນ້ຍ ຮັບເອົາຮູບຈຳລອງປະຕູໂຂງໝູ່ບ້ານ ໂມງຟຸ - ảnh 1
ສາດສະດາ​ຈານ, ສະຖາປະ​ນິກ Ejima Akiyoshi

(vovworld) - ຕອນ​ບ່າຍ​ວັນ​ທີ 16/03 ຫໍພິພິທະ​ພັນ ຮ່​່າໂນ້ຍ ຈັດ​ຕັ້ງ​ພິທີ​ຮັບ​ເອົາ​ຮູບ​ຈຳລອງ​ປະຕູ​​ໂຂງໝູ່​ບ້ານ ​ໂມງ​ຟຸ ຂອງໝູ່​ບ້ານ​ບູຮາ​ນ ​ເດືອ​ງ​ເລີມ ​ໂດຍ​ສາດສະດາ​ຈານ, ສະຖາປະ​ນິກ Ejima Akiyoshi ຊາວ ຍີ່ປຸ່ນ ມອບ​ໃຫ້. ສາດສະດາຈານ, ສະຖາປະນິກ Ejima Akiyoshi ​ໄດ້ຟື້ນ​ຟູ​​ຮູບ​ຈຳ​ລອງ​ປະຕູ​ໂຂງ ​ໂມງ​ຟຸ ດ້ວຍ​ໄມ້​ລ້ຳຄ່າຊອງ ຍີ່ປຸ່ນ ​ແລະ ​ໄມ້ Ramin ຂອງ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້. ຮູບ​ຈຳລອງ​ປະຕູ​ໂຂງດັ່ງ​ກ່າວ​ ມີ​ລວງ​ຍາວ 90 cm, ລວງ​ກ້ວາງ 60 cm, ລວງ​ສູງ 63 cm, ດ້ວຍ​ອັດຕາ 1/10 ​ເມື່ອ​ທຽບ​ໃສ່ຂະໜາດປະຕູ​​ໂຂງ​ຕົວ​ຈິງ.

        ປະຕູ​​ໂຂງໝູ່​ບ​້ານ ​ໂມງ​ຟຸ ​ໄດ້​ກໍ່ສ້າງ​ແຕ່​ທ້າຍສະ​ໄໝລາຊະວົງ​ເລ ປີ 1553 - ສະ​ໄໝ​ເຈົ້າ​ຊີວິດ ​ເລ​ເທີ່​ນຕົງ. ປະຕູ​ໂຂງ​ໝູ່​ບ້ານ ​ໂມງ​ຟຸ ​ໄດ້​ຮັບ​ການ​ບູລະນະປະຕິສັງຂອນ​ເມື່ອ​ປີ 2008 ​ໃນ​ໂຄງການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ.

 

 

 


ຕອບກັບ

ຂ່າວ/ບົດ​ອື່ນ