ຫິ​ມະ​ຕົກເປັນ​ຈຳ​ນວນຫຼາຍ​ເຮັດ​ໃຫ້​ການຄົມ​ມະ​ນາ​ຄົມ​ຢູ່​ເອີ​ລົບ​ຖືກ​ຢຸດ​ສະ​ງັກ

(VOVWORLD) - ເຈົ້າໜ້າທີ່ອັງກິດໃຫ້ຮູ້ວ່າ ຫິມະຕົກເປັນຈຳນວນຫຼາຍຢູ່ເຂດທາງເໜືອ ເຮັດໃຫ້ຄົນຂັບລົດຕ້ອງຊອກຫາສະຖານທີ່ພັກເຊົາ ຫຼື ຢູ່ໃນລົດໂອໂຕຂອງເຂົາເຈົ້າ. 

ວັນທີ 3 ທັນວາ, ຖ້ຽວບິນ ໄປ  - ມາ ຈາກສະໜາມບິນ Amsterdam Schiphol (ໂຮນລັງ) ຫຼາຍຖ້ຽວ ຖືກຍົກເລີກຍ້ອນການພະຍາກອນອາກາດ ຈະມີຫິມະຕົກເປັນຈຳນວນຫຼາຍ. ຕາມແຈ້ງການຂອງສະໜາມບິນ Amsterdam Schiphol ແລ້ວ, ມີຖ້ຽວບິນປະມານເກືອບ 150 ຖ້ຽວ ເດີນທາງໄປ - ມາ ຈາກສະໜາມບິນແຫ່ງນີ້ ຖືກຍົກເລີກ.

ແລະກໍ່ໃນວັນດຽວກັນ, ເຈົ້າໜ້າທີ່ອັງກິດໃຫ້ຮູ້ວ່າ ຫິມະຕົກເປັນຈຳນວນຫຼາຍຢູ່ເຂດທາງເໜືອ ເຮັດໃຫ້ຄົນຂັບລົດຕ້ອງຊອກຫາສະຖານທີ່ພັກເຊົາ ຫຼື ຢູ່ໃນລົດໂອໂຕຂອງເຂົາເຈົ້າ. ບັນດາບໍລິສັດກ່ຽວກັບການບໍລິການກູ້ໄພກູ້ຊີບ ໄດ້ເຮັດວຽກໝົດຄືນ ເພື່ອແນໃສ່ນຳບັນດາຜູ້ຂັບລົດອອກຈາກລົດໂອໂຕທີ່ຖືກຕິດຄ້າງພາຍໃຕ້ ຫິມະ. ໃນຂະນະນັ້ນ ຢູ່ເຢຍລະມັນ, ບັນດາຖ້ຽວບິນໄດ້ເຊື່ອມຕໍ່ຄືນຢູ່ສະໜາມບິນ Munich ໃນວັນທີ 3 ທັນວາ, ພາຍຫຼັງ ຖືກຢຸດສະງັກໜຶ່ງວັນຍ້ອນຫິມະຕົກ, ແຕ່ສະພາບການຂາດວັກຂາດຕອນຂອງການຄົມມະນາຄົມທາງລົດໄຟຍັງດຳເນີນຢູ່ທາງທິດໃຕ້ຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ