ຫລຸດຜ່ອນຄວາມເຄັ່ງຕຶງລະຫວ່າງ ອິນເດຍ ແລະ ຈີນ

(VOVWORLD) -ຕາມກະຊວງປອ້ງກັນປະເທດຈີນແລ້ວ,  ອິນເດຍ ແລະ ຈີນຮຽກຮ້ອງໃຫ້ຊຸກຍູ້ບັນດາມາດຕະການສັນຕິ, ເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງປະຈຸບັນ.
ຫລຸດຜ່ອນຄວາມເຄັ່ງຕຶງລະຫວ່າງ ອິນເດຍ ແລະ ຈີນ - ảnh 1 ເຮືອບິນສູ້ຮົບຂອງ ອິນເດຍ ຢູ່ ເຂດນ່ານຟ້າ Ladakh ຊາຍແດນຕິດກັບຈີນ ເມື່ອວັນທີ 02/09/2020. ພາບ:REUTERS

 ວັນທີ 5 ກັນຍາ ທີ່ກອງປະຊຸມເຈລະຈາຢູ່ນອກກອງປະຊຸມລັດຖະມົນຕີປ້ອງກັນປະເທດຂອງ ອົງການຮ່ວມມື ຊ່ຽງໄຮ້ (SCO) ຢູ່ ນະຄອນຫລວງ ມົດສະກູ ປະເທດ ລັດເຊຍ, ທ່ານ Rajnath Singh  ລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ ແລະ ຄູ່ຕຳແຫນ່ງ ຈີນ ເຫັນດີ ບໍ່ເຮັດໃຫ້ສະພາບການຢູ່ເຂດຊາຍແດນສອງປະເທດ ສັບສົນຂຶ້ນຕື່ມ. ຕາມກະຊວງປອ້ງກັນປະເທດຈີນແລ້ວ, ສອງຝ່າຍ ຮຽກຮ້ອງໃຫ້ຊຸກຍູ້ບັນດາມາດຕະການສັນຕິ, ເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງປະຈຸບັນ. ນີ້ແມ່ນການພົບປະຂັ້ນສູງໂດຍກົງທຳອິດລະຫວ່າງສອງປະເທດ ພາຍຫລັງຄວາມເຄັ່ງຕຶງຢູ່ເຂດຊາຍແດນປີນຂັ້ນໄດ ຢູ່ ບໍລິເວນ Ladakh ຕາເວັນອອກໃນເດືອນພຶດສະພາຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ