ຫລຸດຜ່ອນບັນຈຸພະນັກງານໃຫ້ກະທັດລັດແລະສ້າງຖັນແຖວພະນັກງານແມ່ນການກຳນົດທິດອັນຖືກຕ້ອງ


ຫລຸດຜ່ອນບັນຈຸພະນັກງານໃຫ້ກະທັດລັດແລະສ້າງຖັນແຖວພະນັກງານແມ່ນການກຳນົດທິດອັນຖືກຕ້ອງ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ
ພາບ:dantri.com.vn

 (vovworld)- ສະ​ຫລຸບກອງ​ປະ​ຊຸມ​ຄັ້ງ​ທີ 10 ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກ​ຊຸດ​ທີ 11, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ເຖິງ​ຄວາມ​ຈຳ​ເປ​ັນ​ຕ້ອງ​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ເຫັນ​ໄດ້​ຊັດ​ໃນ​ການ​​ຫລຸດ​ຜ່ອນບັນ​ຈຸ​ພະ​ນັກ​ງ​ໃຫ້​ກະ​ທັດ​ລັດ ແລະ ສ້າງ​ໂຄງ​ປະ​ກອບ​ຖັນ​ແຖວ​ພະ​ນັກ​ງານ, ລັດ​ຖະ​ກອນຄືນ​ໃຫມ່, ດຶງ​ດູດ​ຜູ້​ມີ​ຄຸນ​ສົມ​ບັດ, ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ ເຂົ້າ​ເຮັດ​ວຽກ​ໃນ​ບັນ​ດາ​ອົງ​ການ, ຫົວ​ຫນ່ວຍ​ຂອງ​ພັກ, ລັດ ແລະ ບັນ​ດາ​ອົງ​ການ​ການ​ເມືອງ ສັງ​ຄົມ. ສິ່ງ​ດັ່ງ​ກ່າວ​ໄດ້​ຮັບ​ຄວາມ​ສົນ​ໃຈ ແລະ ສະ​ຫນັບ​ສະ​ຫນູນ​ຈາກ​ຫາງ​ສຽງ. ທ່ານ ເຈີ​ນ​ແອງ​ຕວນ, ຮອງ​ຜູ້​ອຳ​ນວຍ​ການ​ສູນ​ຄາດ​ຄະ​ເນ​ຄວາມ​ຕ້ອງ​ການ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ຂໍ້​ມູນ​ຂ່າວ​ສານ​ຕະ​ຫລາດ​ແຮງ​ງານ ນະ​ຄອນ​ໂຮ່​ຈິ​ມີນ ຖື​ວ່າ: ນີ້​ແມ່ນ​ການ​ກຳ​ນົດ​ທິດ​ອັນ​ຖືກ​ຕ້ອງ ແລະ ທັນ​ການ ເພື່ອ​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ເຫັນ​ໄດ້​ຊັດ​ໃນ​ການ​ສ້າງ​ຖັນ​ແຖວ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເຮັດ​ວຽກ​ໃນ​ກົງ​ຈັກ​ລັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

        “ແຜນ​ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ ກ່ຽວ​ກັບ​ການ​​ຫລຸດ​ຜ່ອນບັນ​ຈຸ​ພະ​ນັກ​ງານ​ໃຫ້ກະ​ທັດ​ລັດ ເພື່ອ​ສ້າງ​ຖັນ​ແຖວ​ບັນ​ຈຸ​ພະ​ນັກ​ງານ​ກະ​ທັດ​ລັດ​, ປະ​ກອບ​ສ່ວນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຂອງວຽກ​ງານ​ຄຸ້ມ​ຄອງ​ລັດ​ ແມ່ນ​ບັນ​ຫາຮີບ​ດ່ວນ ແລະ​ຈຳ​ເປັນ.”

         ທ່ານ ເຈືອງມີງ​ຫວູ​, ຢູ່​ເມືອງ ເຕີນ​ບີງ ນະ​ຄອນ​ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

        “ຕາມ​ບົດ​ສະ​ຫລຸບຂ​ອງກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 10 ຊຸດ​ທີ 11, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ໃນ​ຂົງ​ເຂດ​ດຶງ​ດູດ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ ຄວນ​ເພີ່ມ​ເຕີມ​ນະ​ໂຍ​ບາຍ​ຖື​ເປັນ​ສຳ​ຄັນຜູ້ມີ​ຄວາມ​ເກັ່ງ​ກ້​າ​ສາ​ມາດ​ ນັບ​ທັງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.  ຄວນ​ມີ​ນະ​ໂຍ​ບາຍ​ດຶ​ງ​ດູດ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ເພື່ອ​ໃຫ້​ເຂົາ​ເຈົ້າ​ປະ​ກອບ​ສ່ວນ​ເປັນ​ຢ່າງ​ດີກວ່າ. ເລື່ອງ​​ຫລຸດ​ຜ່ອນບັນ​ຈຸ​ພະ​ນັກ​ງານ​ກະ​ທັດ​ລັດ ກໍ​ແມ່ນ​ຄວາມ​ຈຳ​ເປັນທີ່​ສຸດ, ຫວັງ​ວ່າ ໄລ​ຍະ​ຈະ​ມາ​ເຖິງ​ຈະ​ບັນ​ລຸ​ໝາກ​ຜົນ​ດີກວ່າ.”

ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ສ່ວນ​ຫລາຍ​ແມ່ນ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ການ​ຫລຸດ​ຜ່ອນບັນ​ຈຸ​ພະ​ນັກ​ງານ​ໃຫ້ກະ​ທັດ​ລັດ, ສ້າງ​ໂຄງ​ປະ​ກອບ​ຖັນ​ແຖວ​ພະ​ນັກ​ງານ,ລັດ​ຖະ​ກອນ​ຄືນ​ໃຫມ່ ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ຈຳ​ເປັນ​ຂອງ​ພຶດ​ຕິ​ກຳ​ຕົວ​ຈິງ​ປະ​ຈຸ​ບັນ ເພື່ອ​ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ຂອງ​ກົງ​ຈັກ​ລັດ​ໃຫ້​ເຂັ້ມ​ແຂງ, ຮັບ​ໃຊ້​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ.

 

 

ຂ່າວ/ບົດ​ອື່ນ