ຫລຸດຜ່ອນຜົນເສຍຫາຍຢູ່ບັນດາເຂດມີດິນເຊາະເຈື່ອນຢູ່ພາກກາງ

(VOVWORLD) - ວັນທີ 07 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມກ່ຽວກັບສະພາບຝັ່ງທະເລເຊາະເຈື່ອນ ແລະ ດິນທັບຖົມປາກແມ່ນ້ຳບັນດາແຂວງແຄມທະເລພາກກາງຈາກແຂວງ ເງະອານ ຈົນຮອດແຂວງ ບີງທ້ວນ. 
ຫລຸດຜ່ອນຜົນເສຍຫາຍຢູ່ບັນດາເຂດມີດິນເຊາະເຈື່ອນຢູ່ພາກກາງ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ  (ພາບ: chinhphu.vn)

ນີ້ແມ່ນມື້ເຮັດວຽກທີ 3 ກ່ຽວກັບບັນຫາດິນເຊາະເຈື່ອນໃນໄລຍະຜ່ານມາ ໂດຍທ່ານນາຍົກລັດຖະມົນຕີເປັນປະທານ ພາຍຫລັງເຮັດວຽກກັບບັນດາແຂວງພາກເໜືອ ແລະ ພາກໃຕ້.ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:

        ພວກເຮົາຊາບຊຶມຈິດໃຈປົກປັກຮັກສາຊີວິດ, ຊັບສົມບັດຂອງປະຊາຊົນ, ບັນດາມໍລະດົກວັດທະນະທຳ; ຫລຸດຜ່ອນຜົນເສຍຫາຍຈາກບັນດາເຂດຖືກສະທ້ອນລົງໃນລະດັບຕ່ຳສຸດ ບັນດາທ້ອງຖິ່ນຕ້ອງເປັນເຈົ້າການກ່ວາ ໃນການວາງແຜນຜັງ, ໃນການນຳໃຊ້, ໃນການພັດທະນາເສດຖະກິດສັງຄົມທ້ອງຖິ່ນຂອງຕົນ.

        ທ່ານນາຍົກລັດຖະມົນຕີກໍ່ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຍູ້ແຮງການໝູນໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດເຕັກໂນໂລຊີໃນການປ້ອງກັນຕ້ານຝັ່ງທະເລເຊາະເຈື່ອນ, ດິນທັບຖົມທະເລ, ແມ່ນ້ຳ.

ຕອບກັບ

ຂ່າວ/ບົດ​ອື່ນ