ຫລາຍທ້ອງຖິ່ນຢູ່ຫວຽດນາມ ປຸກລະດົມເດື່ອນເຄື່ອນໄຫວເພື່ອກຳມະກອນ

(VOVWORLD) -. ໃນເດືອນ ພຶດສະພານີ້ ມີການເຄື່ອນໄຫວຫລາຍຢ່າງຈັດຂຶ້ນຢູ່ບັນດາກຳມະບານຮາກຖານຢູ່ ນະຄອນ ໂຮ່ຈີມິນ ພິເສດແມ່ນການເຄື່ອນໄຫວເບິ່ງແຍງ ຊ່ວຍເຫລືອ ກຳມະບານ ຄົນງານ ທີ່ປະສົບກັບຄວາມຫຍຸ້ງຍາກ 
ຫລາຍທ້ອງຖິ່ນຢູ່ຫວຽດນາມ ປຸກລະດົມເດື່ອນເຄື່ອນໄຫວເພື່ອກຳມະກອນ - ảnh 1ພາບປະກອບ:dangcongsan.vn

ຕອນເຊົ້າວັນທີ 25 ເມສາ, ສະຫະພັນແຮງງານ ນະຄອນ ໂຮ່ຈີມິນ ຈັດຕັ້ງພິທີໄຂ “ເດືອນເຄື່ອນໄຫວເພື່ອກຳມະກອນ” ປີ 2021. ໃນເດືອນ ພຶດສະພານີ້ ມີການເຄື່ອນໄຫວຫລາຍຢ່າງຈັດຂຶ້ນຢູ່ບັນດາກຳມະບານຮາກຖານຢູ່ ນະຄອນ ໂຮ່ຈີມິນ ພິເສດແມ່ນການເຄື່ອນໄຫວເບິ່ງແຍງ ຊ່ວຍເຫລືອ ກຳມະບານ ຄົນງານ ທີ່ປະສົບກັບຄວາມຫຍຸ້ງຍາກ ພ້ອມທັງລະດົມຄົນງານເຂົ້າຮ່ວມການແຂ່ງຂັນພັດທະນາ, ເສີມຂະຫຍາຍກຳລັງຄວາມສາມາດ, ເຕັກນິກໃນການອອກແຮງງານທຳການຜະລິດ.

ຢູ່ ນະຄອນ ຫາຍຟ່ອງ, ຕອນເຊົ້າວັນດຽວກັນ ກຳມະບານເຂດເສດຖະກິດ ຫາຍຟ່ອງ ໄດ້ໄຂເດືອນເຄື່ອນໄຫວເພື່ອກຳມະກອນປີ 2021 ດ້ວຍການເຄື່ອນໄຫວຫລາຍຢ່າງເພື່ອຄົນງານພວມເຮັດວຽກຢູ່ບັນດາວິສາຫະກິດໃນເຂດເສດຖະກິດ, ເຂດອຸດສາຫະກຳຂອງນະຄອນ.

ກ່ອນນັ້ນຕອນບ່າຍວັນທີ 24 ເມສາ, ສະຫະພັນແຮງງານ ນະຄອນ ດາຫນັງ ກໍ່ໄດ້ຈັດຕັ້ງພິທີປຸກລະດົມເດືອນເຄື່ອນໄຫວເພື່ອກຳມະກອນເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ