ຫລາຍປະເທດດຳເນີນການສືບສວນຂໍ້ມູນໃນ“ສຳເນົາເອກະສານPanama”

ຫລາຍປະເທດດຳເນີນການສືບສວນຂໍ້ມູນໃນ“ສຳເນົາເອກະສານPanama” - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 05/04 ທ່ານ Bohuslav Sobotka ນາຍົກລັດຖະມົນຕີສາທາລະນະ​ລັດ ​ເຊັກ​ໂກ ຮຽກຮ້ອງ​ບັນດາ​ອົງການ​ສ່ວຍສາອາກອນ​ປະ​ເທດ​ນີ້​ສືບສວນຂໍ້ມູນຂອງ​ພົນລະ​ເມືອງ ​​ເຊັກ​​ໂກ ປະມານ 300 ຄົນ​ທີ່​ມີ​ຊື່​ໃນ​ “ສຳ​ເນົາເອກະສານ Panama” ທີ່ຫາກໍ່ຖືກຮົ່ວ​ໄຫຼ. ທ່ານ Sobotka ​ເນັ້ນ​ໜັກ​ວ່າ: ຖ້າ​ບັນດາ​ພົນລະ​ເມືອງ ​ເຊັກ​ໂກ ມີ​ຊື່​ໃນ “ສຳ​ເນົາເອກະສານ Panama” ​ແລ້ວແມ່ນລົບໜີອາກອນຢ່າງແທ້ຈິງພວກ​ເຂົາຕ້ອງ​ຮັບຜິດ​ຊອບຕໍ່​ກົດໝາຍ​.

        ​ໃນ​ຂະນະ​ນັ້ນ, ວັນ​ທີ 05/04, ທ່ານ​ນາຍົກລັດຖະມົນຕີ ອັງ​ກິດ David Cameron ​ໄດ້​ກ່າວ​ປະນາມປະຕິ​ເສດ​ເລື່ອງທ່ານ​ມີຫຸ້ນ​ສ່ວນ ຫຼື ມີ​ຜົນປະ​ໂຫຍ​ດນຳບັນດາ​ກອງທຶນຢູ່ນອກ​ປະ​ເທດ. ຫລັງຈາກນັ້ນຫ້ອງ​ວ່າການ​ນາຍົກ​ລັດຖະມົນຕີ ອັງ​ກິດ ກໍ່​ຢືນຢັນ​ວ່າ: ທ່ານ​ນາຍົກລັດຖະມົນຕີ ​ພ້ອມດ້ວຍພັນລະຍາ ແລະ ລູກ​ຂອງ​ທ່ານ​ບໍ່​ມີຜົນ​ປະ​ໂຫຍ​ດຈາກ​ກອງທຶນ​ນອກ​ປະ​ເທດ​ບໍ່ວ່າແຫ່ງໃດໆ.

        ບັນດາ​ປະ​ເທ​​​ດ ກາ​ນາ​ດາ, ອິດສະ​ລາ​​ແອນ, ສິງກະ​ໂປ ​ໃຫ້​ຮູ້​ວ່າ: ຈະ​ດຳ​ເນີນ​ການສືບສວນເມື່ອຈຳ​ເປັນ​ຕ້ອງ.

ຂ່າວ/ບົດ​ອື່ນ