ຫລາຍປະເທດຢູ່ ອາເມລີກາໃຕ້ ປະກາດສະພາວະສຸກເສີນ

(VOVWORLD) -ວັນທີ 17 ມີນາ ທ່ານ Ivan Duque ປະທານາທິບໍດີ ໂກລົມບີ ໄດ້ປະກາດສະພາວະສຸກເສີນໃນ ສະພາບການປະເທດນີ້ຍົກອອກບັນດາມາດຕະການເພື່ອສະກັດກັ້ນການແຜ່ລະບາດຂອງ ໄວຣັດ SARS-CoV-2. 

ຫລາຍປະເທດຢູ່ ອາເມລີກາໃຕ້ ປະກາດສະພາວະສຸກເສີນ - ảnh 1ປະຊາຊົນ ເວເນຊູເອລາ ເຮັດລະບຽບການເຂົ້າເມືອງ ຢູ່ ເຂດຊາຍແດນ ໂກລົມບີ ແລະ ເວເນຊູເອລາ

ພາບ: AFP/TTXVN

ໃນນັ້ນ ຮຽກຮ້ອງຕ້ອງແຍກຕົວແບບບັງຄັບສຳລັບຜູ້ມີອາຍຸກວ່າ 70 ປີ, ເລີ່ມແຕ່ 7 ໂມງເຊົ້າວັນທີ 20 ມີນາ - 31 ພຶດສະພາ. ໄລ່ມາຮອດຈຸດເວລານີ້ ໂກລົມບີ ມີ 75 ຄົນຕິດ SARS-CoV-2.

ໃນຂະນະນັ້ນ ລັດຖະບານ ເປຣູ ກໍ່ປະກາດສະພາວະສຸກເສີນ, ວາງອອກຫລາຍມາດຕະການປ້ອງກັນ ຄວບຄຸມໂລກພະຍາດຄື: ປິດປະຕູຊາຍແດນ, ຢຸດຕິສິກໄປມາ, ຊີ້ນຳກອງທັບ ແລະ ຕຳຫລວດ ຮັບປະກັນບໍລິການສາທາລະນະ ແລະ ຮຽກຮ້ອງປະຊາຊົນຢູ່ເຮືອນສ່ວນຕົວ, ເຮັດວຽກ ອອນລາຍ. ປະຈຸບັນ ປະເທດນີ້ ມີ 71 ຄົນຕິດ SARS-CoV-2.

ໂບລີວີ ແລະ ຮອນດູຣັດ ກໍໄດ້ວາງອອກບັນດາມາດຕະການເຊັ່ນດຽວກັນ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ຍ້ອນ 2 ປະເທດນີ້ພວມມີ 18 ຄົນ ຕິດ SARS-CoV-2. ໃນຂະນະນັ້ນ ຢູ່ ອາຊີ ລັດຖະບານ ອົດສະຕາລີ ພວມມີແຜນການອະນຸຍາດໃຫ້ ພະນັກງານ, ລັດຖະການ 1,2 ລ້ານຄົນເຮັດວຽກ ຢູ່ບ້ານ ເມື່ອເຊື້ອພະຍາດ SARS-CoV-2 ແຜ່ລະບາດອອກສູ່ວົງກວ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ