ຫລາຍປະເທດສືບຕໍ່ປະຕິກິລິຍາກ່ຽວກັບບັນຫາ ອາບການິສະຖານ

(VOVWORLD) - ບໍ່ວ່າການຮັບຮອງ ແລະ ການແຊກແຊງໃດຕໍ່ກັບ ຕາລີບານ ຕ້ອງມີເງື່ອນໄຂວ່າ ກຳລັງນີ້ຕ້ອງຮັບປະກັນຄວາມປອດໄພໃຫ້ແກ່ຊາວອາບການິສະຖານຜູ້ທີ່ຢາກອອກຈາກປະເທດ ແລະ ເຄົາລົບສິດທິມະນຸດ.

ວັນທີ 28 ສິງຫາ, ໃນການໂອ້ລົມທາງໂທລະສັບກ່ຽວກັບສະພາບການຢູ່ ອາບການິສະຖານ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ແລະ ຄູ່ຕຳແຫນ່ງ ເຢຍລະມັນ ທ່ານນາງ Angela Merkel ໄດ້ເຫັນດີກ່ຽວກັບຄວາມຈຳເປັນຂອງການເຄື່ອນໄຫວຊ່ວຍເຫລືອມະນຸດສະທຳສາກົນ ກໍຄືການສຳຜັດຮ່ວມຂອງກຸ່ມບັນດາປະເທດ ອຸດສາຫະກຳພັດທະນາແຖວຫນ້າໂລກ (G7) ສຳລັບລັດຖະບານອະນາຄົດຂອງ ອາບການິສະຖານ. ຖະແຫລງການຂອງຫ້ອງວ່າການນາຍົກລັດຖະມົນຕີ Johnson ຊີ້ແຈ້ງວ່າ ບໍ່ວ່າການຮັບຮອງ ແລະ ການແຊກແຊງໃດຕໍ່ກັບ ຕາລີບານ ຕ້ອງມີເງື່ອນໄຂວ່າ ກຳລັງນີ້ຕ້ອງຮັບປະກັນຄວາມປອດໄພໃຫ້ແກ່ຊາວອາບການິສະຖານຜູ້ທີ່ຢາກອອກຈາກປະເທດ ແລະ ເຄົາລົບສິດທິມະນຸດ.

  ໃນວັນດຽວກັນ, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ Sergei Shoigu ໃຫ້ຮູ້ວ່າ: ມົດສະກູ ພວມຕິດຕໍ່ພົວພັນກັບບັນດາປະເທດສະມາຊິກອົງການສົນທິສັນຍາຄວາມໝັ້ນຄົງລວມໝູ່ (CSTO) ກ່ຽວກັບສະພາບການຢູ່ ອາບການິສະຖານ ພ້ອມທັງເນັ້ນຫນັກວ່າ ຄວນເພີ່ມທະວີການພົວພັນນີ້.

  ສ່ວນທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຢືນຢັນ ຈະສືບຕໍ່ປະຕິບັດບັນດາບັ້ນບຸກໂຈມຕີເລັ່ງໃສ່ ISIS-K, ຊື່ງແມ່ນສາຂາຫນຶ່ງຂອງກຸ່ມກໍ່ການຮ້າຍລັດອິດສະລາມ (IS) ອ້າງຊື່ເອງ ຢູ່ ອາບການິສະຖານ ເພື່ອໂຕ້ຕອບເຫດບຸກໂຈມຕີສະຫລະຊີບໂດຍກຳລັງນີ້ກໍ່ຂຶ້ນຢູ່ນອກສະຫນາມບິນ Kabul ເມື່ອວັນທີ 25 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ