ຫລາຍມາດຕະການໜູນຊ່ວຍແມ່ຍິງດຳເນີນທຸລະກິດ, ເລີ່ມທຸລະກິດພາຍຫລັງໂລກລະບາດໂຄວິດ-19

(VOVWORLD) - ວັນທີ 14 ພຶດສະພາ, ສະຫະພັນແມ່ຍິງແຂວງ ດັກລັກ ໄດ້ຈັດຕັ້ງກອງປະຊຸມໂອ້ລົມສົນທະນາ - ເຈລະຈາ ດ້ວຍຫົວຂໍ້ວ່າ “ໜູນຊ່ວຍແມ່ຍິງເລີ່ມດຳເນີນທຸລະກິດພາຍຫລັງໂລກລະບາດໂຄວິດ-19”. 
ຫລາຍມາດຕະການໜູນຊ່ວຍແມ່ຍິງດຳເນີນທຸລະກິດ, ເລີ່ມທຸລະກິດພາຍຫລັງໂລກລະບາດໂຄວິດ-19 - ảnh 1 ຫລາຍມາດຕະການໜູນຊ່ວຍແມ່ຍິງດຳເນີນທຸລະກິດ, ເລີ່ມທຸລະກິດພາຍຫລັງໂລກລະບາດໂຄວິດ-19

ກອງປະຊຸມດັ່ງກ່າວມີການເຂົ້າຮ່ວມຂອງຜູ້ຕາງໜ້າມາຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງ, ພະແນກພາສີອາກອນແຂວງ, ທະນາຄານແຫ່ງລັດສາຂາແຂວງ ດັກລັກ, ສະຫະພັນແມ່ຍິງແຂວງ ແລະ ວິສາຫະກິດທີ່ມີແມ່ຍິງເປັນເຈົ້າຂອງປະມານ 20 ແຫ່ງ ເພືຶ່ອແນໃສ່ແບ່ງປັນ, ປຶກສາຫາລື, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດທີ່ມີແມ່ຍິງເປັນເຈົ້າຂອງ ເພື່ອຟື້ນຟູການຜະລິດດຳເນີນທຸລະກິດ ພາຍຫລັງທີ່ຖືກຜົນເສຍຫາຍຍ້ອນໂລກລະບາດໂຄວິດ-19.

        ບັນດາຜູ້ແທນໄດ້ຍົກອອກບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ເຊິ່ງບັນດາວິສາຫະກິດທີ່ມີແມ່ຍິງເປັນເຈົ້າຂອງປະສົບ ເມື່ອໂລກລະບາດໂຄວິດ-19 ເກີດຂຶ້ນໃນໂລກເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ; ພ້ອມທັງຮັບຮູ້ການບືນຕົວຂຶ້ນຂອງສະມາຊິກສະຫະພັນແມ່ຍິງໃນບໍລິເວນແຂວງ ໃນການຟື້ນຟູການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ແກ້ໄຂຄວາມຫຍຸ້ງຍາກພາຍຫລັງໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ