ຫລາຍອົງການຈັດຕັ້ງມະຫາຊົນຫວຽດນາມຄັດຄ້ານເລື່ອງຈີນນຳຮ້ານເຈາະນຳ້ມັນເຂົ້າເຄື່ອນໄຫວຢ່າງຜິດກົດໝາຍ

(vovworld)- ​ ວັນ​ທີ 10/5, ສະ​ມາ​ຄົມ​ວິທະຍາສາດ​ປະຫວັດສາດ​ຫວຽດນາມ ​ໄດ້​ອອກ​ຖະ​ແຫລງການ​ຄັດ​ຄ້ານຈີນ ນຳ​ຮ້ານ​ເຈາະ​ນຳ້ມັນ​ເຂົ້າເຄື່ອນ​ໄຫວ​ຢ່າງ​ຜິດ​ກົດໝາຍຢູ່ ​ເຂດອະພິສິດ​ເສດຖະກິດ​ຂອງ​ຫວຽດນາມ, ມີ​ການ​ກະທຳ​ນາບ​ຂູ່​ບັນດາ​ກຳລັງ​ປະຕິບັດ​ກົດໝາຍ​ຂອງ​ຫວຽດນາມ, ນາບ​ຂູ່​ບັນດາ​ກຳ​ປັ່ນ​ຂອງ​ຫວຽດນາມ​ທີ່​ພວມ​ປະຕິບັດ​ຫນ້າ​ທີ່. ສະ​ມາ​ຄົມ​ວິທະຍາສາດ​ປະຫວັດສາດ​ຫວຽດນາມ ຖື​ວ່າ: ການ​ກະທຳ​ທີ່​ອັນຕະລາຍ​ດັ່ງກ່າວ​ຂອງ​ຈີນ ​​ແມ່ນ​ລະ​ເມີດ​ອະທິປະ​ໄຕ ​ແລະ ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ, ລ່ວງ​ລະ​ເມີດ​ຢ່າງ​ເປີດ​ແປນ​ເຂົ້າ​ເຂດ​ອະພິສິດ​ເສດຖະກິດ​ຂອງ​ຫວຽດນາມ ຕາມ​ສົນທິສັນຍາ ສປຊ ກ່ຽວ​ກັບ​ທະ​ເລ​ປີ 1982. ການ​ກະທຳ​ຂອງ​ຈີນ​ຍັງ​ສົ່ງ​ຜົນ​ສະທ້ອນ​ເຖິງ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ​ບົນ​ທ​ະ​ເລ​ຕາ​ເວັນ​ອອກ​ທີ່​ກ່ຽວຂ້ອງ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ​ໂລກ. ສະ​ມາ​ຄົມ​ວິທະຍາສາດ​ປະຫວັດສາດ​ຫວຽດນາມ ​ເດັດດ່ຽວ​ຮຽກຮ້ອງ​ຝ່າຍ​ຈີນ ຕ້ອງ​ຖອນ​ຮ້ານ​ເຈາະ​ນ້ຳມັນພ້ອມ​ດ້ວຍ​ບັນດາ​ກຳ​ປັ່ນ​ອອກ​ຈາກ​ເຂດ​ທະ​ເລ​ຂຶ້ນ​ກັບ​ອະທິປະ​ໄຕ ​ແລະ ອຳນາດ​ສານ​ຂອງ​ຫວຽດນາມ ​ເພື່ອ​ຟື້ນ​ຟູ​ສະພາບ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ​ບົນ​ທະ​ເລ​ຕາ​ເວັນ​ອອກ.

ຫລາຍອົງການຈັດຕັ້ງມະຫາຊົນຫວຽດນາມຄັດຄ້ານເລື່ອງຈີນນຳຮ້ານເຈາະນຳ້ມັນເຂົ້າເຄື່ອນໄຫວຢ່າງຜິດກົດໝາຍ - ảnh 1
ກຳປັ່ນຈີນ ບຸກໂຈມຕີ ກຳປັ່ນຂອງຫວຽດນາມ

​ໃນ​ວັນ​ດຽວ​ກັນ, ສະມາຄົມ​ພຸດທະ​ສາສະຫນາ​ຫວຽດນາມ ກໍ່​ຮຽກຮ້ອງ​ຈີນ​ຖອນ​ຮ້ານ​ເຈາະ​ນ້ຳມັນ ອອກ​ຈາກ​ເຂດ​ທະ​ເລ​ຂອງ​ຫວຽດນາມ.

​ແລະ​ກໍ​ໃນ​ວັນ​ທີ 10/5, ທ່ານ ຖ້ວນ​ຫື​ວ, ປະທານ​ສະມາຄົມ​ນັກ​ຂ່າວ ຫວຽດນາມ ​ໄດ້​ສົ່ງ​ຈົດໝາຍ​ເຖິງ​ປະທານ​ສະມາຄົມ​ນັກ​ຂ່າວ​ຈີນ, ​ໃນ​ນັ້ນ ​ເດັດດ່ຽວ​ຄັດ​ຄ້ານ​ເລ່ືອງ​ຈີນ​ ນຳ​ຮ້ານ​ເຈາະ​ນ້ຳມັນ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລ​ຂອງ​ຫວຽດນາມ. ສະມາຄົມ​ນັກ​ຂ່າວ​ຫວຽດນາມ ຮຽກຮ້ອງ​ໃຫ້​ຝ່າຍ​ຈີນ ຈົ່ງ​ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ຜິດ​ກົດໝາຍ​ຢ່າງ​ທັນ​ທີ່ ​ແລະ ຖອນ​ຮ້ານ​ເຈາະ​ນ້ຳມັນ​ ​ແລະ ກຳ​ປັ່ນ​ທັງ​ໝົດ​ອອກ​ຈາກ​ເຂດ​ທະ​ເລ​ຂອງ​ຫວຽດນາມ, ບໍ່​ໃຫ້​ເກີດ​ການ​ກະທຳ​ຄ້າຍຄື​ກັນ​ອີກ.

​ໃນ​ວັນ​ດຽວ​ກັນ, ສະມາຄົມ​ທະນາຍຄວາມ ​ນະຄອນ​​ໂຮ່ຈີ​ມີນ ​ໄດ້​ຈັດ​ຕັ້ງ​ງານ​ຊຸມນຸມ ຄັດຄ້ານ​ເລ່ືອງ​ຈີນ​ ນຳ​ຮ້ານ​ເຈາະ​ນ້ຳມັນ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ເຂດ​ອະພິສິດ​ເສດຖະກິດ ​ແລະ ​ໄຫລ່​ທະວີບ ຂອງ​ຫວຽດນາມ. ​ເຂົ້າ​ຮ່ວມ​ງານ​ຊຸມນຸມ ມີ​ນັກຮຽນ​ຮູ້, ປັນຍາ​ຊົນ, ສາສະຫນາ, ​ຊົນ​ເຜົ່າ, ນັກ​ສິລະ​ປິນ, ນັກ​ສຶກສາ, ຊາວ​ຫນຸ່ມ​ນະຄອນ ນັບ​ພັນ​ຄົນ. ທະ​ນາຍຄວາມ ຫງວຽນ​ທ້ວນ ຢືນຢັນ​ວ່າ:

“ເລ່ືອງ​ຈີນ​ ນຳ​ຮ້ານ​ເຈາະ​ນ້ຳມັນ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລ​ຂອງ​ຫວຽດນາມ ​ນັ້ນ​ແມ່ນ​ການລະ​ເມີດ​ຢ່າ​ງ​ເປີດ​ແປນບັນດາ​ຂໍ້​ມາດຕາ​ທີ່​ໄດ້​ກຳນົດລະອຽດ: ປະ​ເທດ​ນີ້​ບໍ່​ໄດ້​ນຳ​ຮ້ານ​ເຈາະ​ນ້ຳມັນ​ຕັ້ງ​ຢູ່​ທະ​ເລ​ຂອງ​ປະ​ເທດ​ອື່ນ​.”
ຂ່າວ/ບົດ​ອື່ນ