​ຫລີ​ເຊີນ ມາຣາທອນ - ເສັ້​ນ​ທາງ​ແລ່ນ​ເພື່ອ​ຢັ້ງ​ຢືນ​ອາ​ທິ​ປະ​ໄຕ

(VOVWORLD) - ການແຂ່ງຂັນຊີງຊະນະເລີດ ມາຣາທອນ - ແຫ່ງຊາດ ຫຼີເຊີນ, ກ໋ວາງງາຍ ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 5 ກໍລະກົດ ຢູ່ເມືອງເກາະ ຫຼີເຊີນ ໂດຍມີການເຂົ້າຮ່ວມຂອງນັກກິລາເກືອບ 2000 ຄົນ.
 ​ຫລີ​ເຊີນ ມາຣາທອນ - ເສັ້​ນ​ທາງ​ແລ່ນ​ເພື່ອ​ຢັ້ງ​ຢືນ​ອາ​ທິ​ປະ​ໄຕ - ảnh 1 ນີ້ກໍແມ່ນກາລະໂອກາດ ເພື່ອໂຄສະນາພາບພົດ, ຊາວ ຫຼີເຊີນ, ທັດສະນີຍະພາບທຳມະຊາດຂອງ ຫຼີເຊີນ ເຖິງເພື່ອນມິດຢູ່ພາຍໃນ ແລະ ຕ່າງປະເທດ 

ນີ້ເປັນຄັ້ງທຳອິດໃນປະຫວັດສາດກວ່າ  60 ປີ ຜ່ານມາ, ການແຂ່ງຂັນຊິງຊະນະເລີດມາຣາທອນແຫ່ງຊາດໄດ້ຮັບການຈັດຕັ້ງຂຶ້ນຢູ່ໝູ່ເກາະແຫ່ງໜຶ່ງ ເຊິ່ງໄດ້ສ້າງຂີດໝາຍປະຫວັດສາດ ແລະ ທີ່ຕັ້ງຍຸດທະສາດສຳຄັນຂອງຫວຽດນາມ. ເຫດການນີ້ ມີຄວາມໝາຍຫຼາຍຢ່າງເພື່ອຢັ້ງຢືນອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ. ນີ້ກໍແມ່ນກາລະໂອກາດ ເພື່ອໂຄສະນາພາບພົດ, ຊາວ ຫຼີເຊີນ, ທັດສະນີຍະພາບທຳມະຊາດຂອງ ຫຼີເຊີນ ເຖິງເພື່ອນມິດຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ