ຫົວຂໍ້ຂອງເດືອນຊາວໜຸ່ມປີ 2018: “ໄວໜຸ່ມປະດິດຄິດສ້າງສ້າງສາປະເທດຊາດ”

(VOVWORLD) - ບາງການເຄື່ອນໄຫວພົ້ນເດັ່ນອື່ນໆຈະໄດ້ດຳເນີນໃນເດືອນຊາວໜຸ່ມຄື: ພິທີສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ມອບລາງວັນ ລີ໋ຕື້ຈ້ອງ ປີ 2018
ຫົວຂໍ້ຂອງເດືອນຊາວໜຸ່ມປີ 2018: “ໄວໜຸ່ມປະດິດຄິດສ້າງສ້າງສາປະເທດຊາດ” - ảnh 1 ພາບປະກອບ

ພິທີເປີດການເຄື່ອນໄຫວເດືອນຊາວໜຸ່ມປີ 2018 ແລະ ບຸນເຕັດປູກຕົ້ນໄມ້ລະດູບານໃໝ່ປີຈໍ ຈະໄດ້ຈັດຕັ້ງຢູ່ແຂວງ ກວາງນີງ ໃນວັນທີ 25 ກຸມພາ 2018. ບາງການເຄື່ອນໄຫວພົ້ນເດັ່ນອື່ນໆຈະໄດ້ດຳເນີນໃນເດືອນຊາວໜຸ່ມຄື: ພິທີສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ມອບລາງວັນ ລີ໋ຕື້ຈ້ອງ ປີ 2018; ປຸກລະດົມການເສັງ “ແນວຄວາມຄິດປະດິດຄິດສ້າງເລີ່ມທຸລະກິດ ນັກສຶກສາ” ຄັ້ງທີ II ປີ 2018…

        ຜ່ານການຜັນຂະຫຍາຍເດືອນຊາວໜຸ່ມປີ 2018, ສູນກາງຄະນະຊາວໜຸ່ມປາດຖະໜາຈະປະກອບສ່ວນເສີມຂະຫຍາຍບົດບາດປະຈັນບານ, ອາສາສະໝັກ, ຄວາມສາມາດປະດິດຄິດສ້າງຂອງຊາວໜຸ່ມໃນການເຂົ້າຮ່ວມພັດທະນາເສດຖະກິດ - ສັງຄົມ, ສ້າງຊົນນະບົດໃໝ່ ແລະ ຕົວເມືອງສີວິໄລ. ບັນດາການເຄື່ອນໄຫວຕອບສະໜອງເດືອນຊາວໜຸ່ມກໍ່ຖືກຈັດຕັ້ງໃນເວລາດຽວກັນ, ໃນທົ່ວຢູ່ຄະນະຊາວໜຸ່ມຂັ້ນຕ່າງໆໃນຂອບເຂດທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ