ຫ​ວັງ​ວ່າ ປີ 2022 ເສດ​ຖະ​ກິດ ຫວຽດ​ນາມ ຈະ​ຟື້ນ​ຟູ ແລະ ມີ​ການ​ເຕີບ​ໂຕ

(VOVWORLD) -ທ່ານ ເລຢຸຍບິ່ງ ນັກຊ່ຽວຊານດ້ານເສດຖະກິດ ໃຫ້ຂໍ້ສັງເກດວ່າ ການຫັນປ່ຽນທິດຍຸດທະສາດປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ ມີຜົນກະທົບຢ່າງຕັ້ງໜ້າຕໍ່ປະຊາຄົມວິສາຫະກິດ ແລະ ພື້ນຖານເສດຖະກິດ.
ຫ​ວັງ​ວ່າ ປີ 2022 ເສດ​ຖະ​ກິດ ຫວຽດ​ນາມ ຈະ​ຟື້ນ​ຟູ ແລະ ມີ​ການ​ເຕີບ​ໂຕ - ảnh 1ພາບປະກອບ: VOV

ປີ 2021, ເຖິງວ່າການເຕີບໂຕເສດຖະກິດ ຫວຽດນາມ ບັນລຸ 2,58%, ແມ່ນຢູ່ລະດັບຕ່ຳສຸດໃນ ໄລຍະ 30 ປີຜ່ານມາ, ນັກຊ່ຽວຊານດ້ານເສດຖະກິດຫຼາຍທ່ານ ຫວັງວ່າ 2022 ເສດຖະກິດຫວຽດນາມ ຈະເຕີບໂຕ. ເຖິງຢ່າງໃດກໍ່ຕາມ, ວິວັດການນີ້ຈະອີງໃສ່ຕໍ່ຄວາມສາມາດ ຄວບຄຸມໂລກລະບາດໂຄວິດ - 19 ໃຫ້ເປັນຢ່າງດີ.

ຕາມນັກຊ່ຽວຊານເສດຖະກິດບາງທ່ານແລ້ວ, ດ້ວຍອັດຕາສັກວັກຊິນກັນໂຄວິດ - 19 ຢູ່ລະດັບສູງ ໃນທ້າຍປີ 2021, ອັດຕາສັກວັກຊິນຢ່າງວ່ອງໄວ, ເສດຖະກິດ ຫວຽດນາມ ຄາດວ່າ ຈະມີການຟື້ນຟູ ດ້ວຍສັນຍານທີ່ສົດໄສ ແລະ ປະເອີບໃຈ.

ທ່ານ ເລຢຸຍບິ່ງ ນັກຊ່ຽວຊານດ້ານເສດຖະກິດ ໃຫ້ຂໍ້ສັງເກດວ່າ ການຫັນປ່ຽນທິດຍຸດທະສາດປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ ມີຜົນກະທົບຢ່າງຕັ້ງໜ້າຕໍ່ປະຊາຄົມວິສາຫະກິດ ແລະ ພື້ນຖານເສດຖະກິດ.

ສ່ວນນັກຊ່ຽວຊານດ້ານເສດຖະກິດ ໂງຈີລອງແລ້ວ, ກຳລັງໜູນຫຼັກໃຫ້ແກ່ການເຕີບໂຕຂອງພື້ນຖານເສດຖະກິດ ພາຍໃນປະເທດໃນປີ 2022 ຍັງຈະແມ່ນ 3 ເສົາຫຼັກ: ການສົ່ງອອກ, ການລົງທຶນ ແລະ ການບໍລິໂພກພາຍໃນປະເທດ. ໃນນັ້ນການລົງທຶນພາກລັດ ແມ່ນປັດໄຈຫຼັກແຫຼ່ງ, ຊຸກຍູ້ການລົງທຶນຂອງສັງຄົມ, ປະກອບສ່ວນຮັກສາທ່າເຕີບໂຕຂອງພື້ນຖານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ