ຫວຽດນານ ຕ້ອນຮັບແຂກທ່ອງທ່ຽວສາກົນຜູ້ທຳອິດທີ່ໄດ້ຮັບວິຊາເອເລັກໂຕນິກ ຫວຽດນາມ

ຫວຽດນານ ຕ້ອນຮັບແຂກທ່ອງທ່ຽວສາກົນຜູ້ທຳອິດທີ່ໄດ້ຮັບວິຊາເອເລັກໂຕນິກ ຫວຽດນາມ - ảnh 1
ຫວຽດນານ ຕ້ອນຮັບແຂກທ່ອງທ່ຽວສາກົນຜູ້
ທຳອິດທີ່ໄດ້ຮັບວິຊາເອເລັກໂຕນິກ ຫວຽດນາມ

(vovworld) - ​ ຕອນ​ບ່າຍ​ວັນ​ທີ 04/02 ຢູ່​ສະໜາ​ບບິນ ​ເຕີນ​ເຊີນ​ເຍີ​ດ, ພະ​ແນ​ກທ່ອງ​ທ່ຽວ​ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ສາກົນ​ຜູ້​ທຳ​ອິດ​ທີ່ໄດ້​ຮັບ​ວິຊາ​ເອ​ເລັກ​ໂຕ​ນິກ ຫວຽດນາມ. ​ແຂກ​ທ່ອງ​ທ່ຽວ​ຜູ້​ນັ້ນ​ແມ່ນ​ທ່ານ Richard Kenneth Wilson ມາ​ຈາກ​ລາຊະ​ອານາຈັກ ອັງ​ກິດ. ກົມ​ຄຸ້ມ​ຄອງ​ຄົນ​ເຂົ້າ - ອອກ​ເມືອງ​ໄດ້​ອອກ​ວິຊາ​ເອ​ເລັກ​ໂຕ​ນິກທຳ​ອິດ​ໃຫ້​ທ່ານ Richard Kenneth Wilson ​ໃນ​ວັນ​ທີ 01/02/2017 ​ແມ່ນ​ວັນ​ທີ່​ດຳລັດເລກ​ທີ 07 ຂອງ​ລັດຖະບານ​ມີ​ຜົນ​ສັກສິດ. ທ່ານ ບູຍຕ໋າຮ່ວາງ​ຫວູ ຫົວ​ນ້າ​ພະ​ແນ​ກທ່ອງ​ທ່ຽວ​ນະຄອນ ​ໂຮ່ຈີ​ມິນ ​ແບ່ງປັນ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຕີ​ລາຄາວ່າ ດ້ວຍ​ນະ​ໂຍບາຍສະດວກ​ສະບາຍໃນ​ວິວັດ​ການ​ອອກ​ວິຊາ​ໃຫ້​ແຂກ​ທ່ອງ​ທ່ຽວ ຈຳນວນແຂກ​ທ່ອງ​ທ່ຽວ​ມານະ​ຄອນ ​ໂຮ່ຈີ​ມິນ ຈະ​ເພີ່ມ​ຂຶ້ນ​ກະ​ໂດດ​ຂັ້ນ. ​ໃນ​ເບື້ອງ​ຕົ້ນ ພວກ​ຂ້າພະ​ເຈົ້າ​ຄາດ​ວ່າ ປີ 2017 ພຽງ​ແຕ່​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວສາກົນ 5,6 ລ້ານ​ເທື່ອ​ຄົນ​ເທົ່າ​ນັ້ນ ​ແຕ່​ໄ​ລຍະ​ມໍ່ໆ​ມາ​ນີ້ ພວກ​ຂ້າພະ​ເຈົ້າ​ໄດ້​ຄິດ​ໄລ່ຄືນ​ໃໝ່ ​ແລະ ຍົກ​ຄາດໝາຍ​ນີ້​ຂຶ້ນ​ 6 ລ້ານ​ເທື່ອ​ຄົນ. ​ແລະ ພວກ​ຂ້າພະ​ເຈົ້າ​ຄິດ​ວ່າ ວິຊາ​ເອ​ເລັກ​ໂຕ​ນິດ​ແມ່ນ​ເງື່ອນ​ໄຂ​ສະ​ດວກ ​ເພື່ອ​ໃຫ້​ພວກ​ຂ້າພະ​ເຂົ້າຕ້ອນຮັບ​ ​ແຂກ​ທ່ອງ​ທ່ຽວ​ຈຳນວນ​ຫລາຍໃນ​ໄລຍະ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ