ຫວຽດ​ນາມ Airline ເປີດ​ບໍ​ລິ​ການ​ຂາຍ​ປີ​້​ສຳ​ລັບ​ຖ້ຽວ​ບິນ​ການ​ຄ້າ​ສາ​ກົນ​ທົ່ວ​ໄປກັບ​ມາ​ຫວຽດ​ນາມ

(VOVWORLD) -ທາງບໍລິສັດ ໄດ້ເປີດບໍລິການຂາຍປີ້ ສຳລັບຖ້ຽວບິນ ໝາຍເລກ VN147 ຈາກ ເຊີອູນ (ສ.ເກົາຫຼີ) ກັບມາຮ່າໂນ້ຍ, ເຊິ່ງຄາດວ່າຈະປະຕິບັດໃນວັນທີ 25 ກັນຍາ.
ຫວຽດ​ນາມ Airline ເປີດ​ບໍ​ລິ​ການ​ຂາຍ​ປີ​້​ສຳ​ລັບ​ຖ້ຽວ​ບິນ​ການ​ຄ້າ​ສາ​ກົນ​ທົ່ວ​ໄປກັບ​ມາ​ຫວຽດ​ນາມ - ảnh 1ຫວຽດນາມ Airline ເປີດບໍລິການຂາຍປີ້ສຳລັບຖ້ຽວບິນການຄ້າສາກົນທົ່ວໄປກັບມາຫວຽດນາມ (ພາບ: Vietnam Airlines)

        ຕອນເຊົ້າວັນທີ 23 ກັນຍາ, ຜູ້ຕາງໜ້າບໍລິສັດການບິນແຫ່ງຊາດຫວຽດນາມ (ຫວຽດນາມ Airlines) ໄດ້ໃຫ້ຂ່າວວ່າ: ທາງບໍລິສັດ ໄດ້ເປີດບໍລິການຂາຍປີ້ ສຳລັບຖ້ຽວບິນ ໝາຍເລກ VN147 ຈາກ ເຊີອູນ (ສ.ເກົາຫຼີ) ກັບມາຮ່າໂນ້ຍ, ເຊິ່ງຄາດວ່າຈະປະຕິບັດໃນວັນທີ 25 ກັນຍາ. ເພື່ອປະຕິບັດຖ້ຽວບິນດັ່ງກ່າວ, ຜູ້ໂດຍສານຕ້ອງຕອບສະໜອງຕາມບັນດາເງື່ອນໄຂຄື ມີໃບຢັ້ງຢືນວ່າເປັນລົບກັບຜົນການກວດກາເຊື້ອໄວຣັດ SARS – CoV – 2 ໂດຍໄດ້ວິໄຈຕາມວິທີ PCR ໃນຮອບເວລາ 3 ວັນ ກ່ອນຈະຂຶ້ນເຮືອບິນ, ໃບຢັ້ງຢືນກ່ຽວກັບສະຖານທີ່ປະຕິບັດການແຍກຕົວຢູ່ຫວຽດນາມ ແລະ ຕິດຕັ້ງໂປແກຼມ ຕິດຕາມປະຫວັດການສຳຜັດ ແລະ ແຈ້ງອາການສຸຂະພາບ.


ຕອບກັບ

ຂ່າວ/ບົດ​ອື່ນ