ຫວຽດ​ນາມ - Croatia ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ໃນ​ຫຼາຍ​ຂົງ​ເຂດ

(VOVWORLD) -ທ່ານປະທານາທິບໍດີ Croatia Zoran Milanovic ຢັ້ງຢືນວ່າ Croatia ຍາມໃດກໍ່ສະໜັບສະໜູນຊຸກຍູ້ການພົວພັນກັບ ຫວຽດນາມ ໃນທຸກຂົງເຂດ ແລະ ພ້ອມແລ້ວທີ່ຈະເປັນປະຕູ ເພື່ອໃຫ້ ຫວຽດນາມ ເພີ່ມທະວີການຮ່ວມມືກັບ ສະຫະພາບເອີລົບ (EU). 
ຫວຽດ​ນາມ - Croatia ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ໃນ​ຫຼາຍ​ຂົງ​ເຂດ - ảnh 1ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ Croatia Andrej Plenkovic, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ພວມຢູ່ ຢ້ຽມຢາມປະເທດ ສ. Croatia ຢ່າງເປັນທາງການໃນລະຫວ່າງວັນທີ 9 – 11 ຕຸລາ. ວັນທີ 10 ຕຸລາ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ ພົບປະກັບທ່ານປະທານາທິບໍດີ Croatia Zoran Milanovic. ທ່ານປະທານາທິບໍດີ Croatia Zoran Milanovic ຢັ້ງຢືນວ່າ Croatia ຍາມໃດກໍ່ສະໜັບສະໜູນຊຸກຍູ້ການພົວພັນກັບ ຫວຽດນາມ ໃນທຸກຂົງເຂດ ແລະ ພ້ອມແລ້ວທີ່ຈະເປັນປະຕູ ເພື່ອໃຫ້ ຫວຽດນາມ ເພີ່ມທະວີການຮ່ວມມືກັບ ສະຫະພາບເອີລົບ (EU). Croatia ສະໜັບສະໜູນເລື່ອງຄະນະກຳມະການເອີລົບ ຈະລົບລ້າງບັດເຫຼືອງ ສຳລັບສິນໃນນ້ຳ ຫວຽດນາມ ໂດຍໄວ ແລະ ສະແດງໃຫ້ເຫັນວ່າ Croatia ພ້ອມແລ້ວທີ່ຈະແບ່ງປັນປະສົບການໃນການລ້ຽງປູກ ສິນໃນນ້ຳແບບຍືນຍົງກັບ ຫວຽດນາມ. ທ່ານຮອງປະທານປະເທດ ຫວໍ້ທິແອັງຊວັນ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຢາກຊຸກຍູ້ການພົວພັນມິດຕະພາບ ແລະ ມູນເຊື້ອການຮ່ວມມືໃນຫຼາຍຂົງເຂດ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບບາງມາດຕະການເພີ່ມທະວີການພົວພັນສອງຝ່າຍ, ເປັນຕົ້ນແມ່ນດ້ານເສດຖະກິດ - ການຄ້າ - ການລົງທຶນ ກໍ່ຄືເປີດກວ້າງການຮ່ວມມືໄປຍັງບາງຂົງເຂດທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດເຊິ່ງແມ່ນການທ່ອງທ່ຽວ, ການຂົນສົ່ງ, ການສຶກສາບຳລຸງສ້າງ, ກິລາ…

ແລະໃນວັນດຽວກັນ, ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວັນ ໄດ້ພົບປະກັບທ່ານຮອງປະທານສະພາແຫ່ງຊາດ Croatia Ante Sanader; ຢ້ຽມຢາມມະຫາວິທະຍາໄລສັງລວມ Zagreb; ຢ້ຽມຢາມພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳຮູງ, Croatia  ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ Croatia.

ຕອບກັບ

ຂ່າວ/ບົດ​ອື່ນ