ຫວຽດນາມ - EU ມານະພະຍາຍາມສຳເລັດການເຈລະຈາ FTA

ຫວຽດນາມ - EU ມານະພະຍາຍາມສຳເລັດການເຈລະຈາ FTA - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 13/01, ທີ່​ການ​ເຈລະຈາສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ສະຫະພາບ​ເອີ​ລົບ (FTA) ຄັ້ງ​ທີ 6 ເຊິ່ງ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ Brussels, ປະ​ເທດ​ແບນ​ຊິກ ຢ່າງ​ເປັນ​ທາງ​ການ ດ້ວຍ​ຈຸດໝາຍ​ສຳ​​ເລັດ​ການ​ເຈລະຈາ​ເຊິ່ງການ​ນຳ 2 ຝ່າຍ​ໄດ້​ວາງ​ອອກ​ໂດຍ​ໄວ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ການ​ຄ້າ, ຫົວໜ້າ​ຄະນະ​ເຈລະຈາ​ລັດຖະບານ​ກ່ຽວ​ກັບ​ເສດຖະກິດ ​ແລະ ການ​ຄ້າ​ສາກົນ, ​​ທ່ານ ເຈີ​ນກ໋ວກ​ແຄ໋ງ ນຳ​ໜ້າ. ​ຫົວໜ້າ​ຄະນະ​ເຈລະຈາ​ຝ່າຍສະຫະພາບ​ເອີ​ລົບ (EU) ​ໂດຍ​ທ່ານ Mauro Petriccione, ຫົວໜ້​້າກົມ​ໃຫຍ່​ກົມ​ການ​ຄ້າ​ນຳ​ໜ້າ. ການ​ເຈລະຈາ​ໄດ້​ດຳ​ເນີນ​ຕາມ​ຂັ້ນ​ຫົວໜ້າ​ຄະນະ, ຮອງ​ຫົວໜ້າ​ຄະນະ ​ແລະ 12 ກຸ່ມ​ອື່ນໆ ດ້ວຍ​ເນື້ອ​ໃນຄື ການ​ຄ້າ​ສິນຄ້າ, ການ​ຄ້າ​ການ​ບໍລິການ, ການ​ລົງທຶນ, ຮ່ວມ​ມື​ດ້ານ​ພາສີ, ຫຼັກການ​​ແຫຼ່ງ​ຜະລິດ, ກວດ​​ໂລກລະບາດ​ສຳລັບສັດ​ພືດ (SPS)....

        ທີ່​ວາລະ​ໄຂ, ຫົວ​ໜ້າ​ຄະນະ​ຜູ້​ແທນຫວຽດນາມ ​ແລ​ະ EU ສືບ​ຕໍ່​ເນັ້ນ​ໜັກ​​ເຖິງ​ຈຸດໝາຍ​ສຳ​ເລັດ​ການ​ເຈລະຈາ​ເຊິ່ງການ​ນຳ 2 ຝ່າຍ​ໄດ້​ວາງ​ອອກ​ໂດຍ​ໄວ, ພ້ອມ​ທັງ​ຢືນຢັນ​ຈະ​ຍາດ​ໄດ້​ຄວາມ​ຕັດສິນ​ໃຈ ​ແລະ ​ແຫຼ່ງກຳລັງ​ເພື່ອ​ປະຕິ​ບັດ​ຈຸດໝາຍ​ດັ່ງກ່າວ. ບົນ​ພື້ນຖານ​ນັ້ນ, ຫົວໜ້າ​ຄະນະ​ເຈລະຈາ 2 ຝ່າຍ ​ໄດ້​ສະ​ເໜີ​ໃຫ້​ບັນດາ​ຜູ້​ຊ່ຽວຊານ​ຍູ້​​ແຮງ​ຄວາມ​ຄືບໜ້າ​​ໃນການ​ເຈລະຈາ, ມຸ່ງ​ໄປ​ເຖິງ​ສິ້ນ​ສຸດ​ການ​ເຈລະຈາ​ເຕັກນິກ​ສຳລັບ​ບາງເນື້ອ​ໃນ​ເຊິ່ງທັດສະນະ​ຂອງ 2 ຝ່າຍ​​ບໍ່ຕ່າງ​ກັນປານ​ໃດ. ສຳລັບ​ເນື້ອ​ໃນ​ອື່ນໆ, ບັນດາ​ກຸ່ມ​ຈະ​ສືບ​ຕໍ່​ແລກປ່ຽນ​ເພື່ອ​ແນ​ໃສ່​ຮັດ​ແຄບ​ຊ່ອງ​ຫວ່າງ​​ໃນ​ບັນດາ​ເນື້ອ​ໃນການເຈລະຈາ.

        ​ໃນ​ຊຸມ​ມື້​ຈະ​ມາ​ເຖິງ, ຫົວໜ້າ​ຄະນະ​ເຈລະຈາ 2 ທ່ານ ຈະ​ສືບ​ຕໍ່​​ເຈລະຈາ​ບັນດາ​ທັດສະ​ນະ, ກຳນົດ​ທິດ ​ແລະ ຂັ້ນ​ຕອນ​ແກ້​ໄຂ​ບັນດາ​ຂົງ​ເຂດ​ທີ່​ກ່ຽວຂ້ອງ​ຢ່າງ​ລະອຽດ, ​ເພື່ອ​​ແນ​ໃສ່​ຊຸກຍູ້​ການ​ເຈລະຈາສຳລັບ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ວາງ​ອອກ, ສ້າງ​ພື້ນຖານ​ເພື່ອ​​ເຮັດ​ໃຫ້ການ​ເຈລະຈາ​ບັນລຸ​ໄດ້​ໝາກຜົນ​ເທື່ອ​ລະ​ກ້າວ, ຕອບ​ສະໜອງ​​ໄດ້ຄວາມມຸ່ງ​ຫວັງ​ຂອງ​ທັງ 2 ຝ່າຍ.  2 ຝ່າຍ​ກໍ່​ຈະ​ປຶກສາ​ຫາລື​ຂັ້ນ​ຕອນມຸ່ງ​ໄປ​ເຖິງ​ສິ້​ນສຸດ​ການ​ເຈລະຈາສັນຍາ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ