ຫວຽດນາມ - UNDP: 45 ປີແຫ່ງການຮ່ວມມືເພື່ອການພັດທະນາແບບຍືນຍົງ

(VOVWORLD) - ນັບແຕ່ເດືອນ ພຶດສະພາ 1978 (ຈຸດເວລາ UNDP ເປີດຫ້ອງການປະຈຳ ຮ່າໂນ້ຍ) ມາຮອດປະຈຸບັນ, UNDP ຍາມໃດກໍ່ຮຽງບ່າຮຽງໄຫຼ່ກັບ ຫວຽດນາມ ໃນຕະຫຼອດໄລຍະພັດທະນາ
ຫວຽດນາມ - UNDP: 45 ປີແຫ່ງການຮ່ວມມືເພື່ອການພັດທະນາແບບຍືນຍົງ - ảnh 1ທີ່ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນການພົວພັນຄູ່ຮ່ວມມື ຫວຽດນາມ - UNDP
(ພາບ: qdnd.vn)

        ຕອນຄ່ຳວັນທີ 02 ມິຖຸນາ, ຢູ່ ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ໂຄງການພັດທະນາສະຫະປະຊາຊາດ (UNDP) ໄດ້ຈັດພິທີສະເຫຼີມສະຫຼອງ 45 ປີແຫ່ງວັນການພົວພັນຄູ່ຮ່ວມມື ຫວຽດນາມ - UNDP ເພື່ອການພັດທະນາແບບຍືນຍົງ, ສະຫຼຸບກ່ຽວກັບຜົນງານ 45 ປີແຫ່ງການຮ່ວມມືລະຫວ່າງ UNDP - ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິ່ນກວກເຟືອງ ຊີ້ແຈ້ງວ່າ, ນັບແຕ່ເດືອນ ພຶດສະພາ 1978 (ຈຸດເວລາ UNDP ເປີດຫ້ອງການປະຈຳ ຮ່າໂນ້ຍ) ມາຮອດປະຈຸບັນ, UNDP ຍາມໃດກໍ່ຮຽງບ່າຮຽງໄຫຼ່ກັບ ຫວຽດນາມ ໃນຕະຫຼອດໄລຍະພັດທະນາ ຈາກປະເທດທຸກຍາກຖືກທຳລາຍຢ່າງໜັກໜ່ວງຍ້ອນສົງຄາມ ກາຍເປັນປະເທດມີລາຍຮັບປານກາງ, ນຳໜ້າໃນຄວາມມານະພະຍາຍາມຫຼຸດຜ່ອນຄວາມທຸກຍາກ ແລະ ເຕີບໂຕ. ລັດຖະບານ ຫວຽດນາມ ຍາມໃດກໍ່ຖື UNDP ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ຍາວນານ ແລະ ແມ່ນ “ເພື່ອນຜູ້ສະໜິດສະໜົມ”, ຮ່ວມມືເພື່ອຜົນປະໂຫຍດລວມຂອງປະຊາຊົນ ຫວຽດນາມ, ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນ ແລະ ໃນໂລກ”. ສ່ວນທ່ານນາງຫົວໜ້າຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ Ramla Khalidi, ໄດ້ເນັ້ນໜັກເຖິງ 3 ປັດໄຈປະກອບສ່ວນເຂົ້າໃນຜົນງານລວມຂອງການພົວພັນລະຫວ່າງ UNDP- ຫວຽດນາມ, ນັ້ນແມ່ນ ຄວາມໄວ້ເນື້ອເຊື່ອໃຈ, ມີບັນດາຄຸນຄ່າລວມ ແລະ ເປີດອົກເປີດໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ