ຫວຽດ​ນາມ, UNESCO ຕັດ​ສິນ​ໃຈ​ນຳ​ການ​ພົວ​ພັນ​ຮ່ວມ​ມື​ສືບ​ຕໍ່​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ

(VOVWORLD) -  ທ່ານນາງອັກຄະລັດຖະທູດ ຫງວຽນທິເວິນແອັງ ປາດຖະໜາວ່າ UNESCO ຈະເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດວັດທະນະທຳ, ການສຶກສາ, ວິທະຍາສາດສັງຄົມ, ວິທະຍາສາດທຳມະຊາດ, ຖະແຫຼງຂ່າວ ແລະ ການສື່ສານ.
ຫວຽດ​ນາມ, UNESCO ຕັດ​ສິນ​ໃຈ​ນຳ​ການ​ພົວ​ພັນ​ຮ່ວມ​ມື​ສືບ​ຕໍ່​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ - ảnh 1ທ່ານນາງ ເອກອອັກຄະລັດຖະທູດ ຫງວຽນທິເວິນແອັງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ UNESCO ແລະ ທ່ານກຸຍຊິງ, ຮອງຜູ້ອຳນວຍການໃຫຍ່ອົງການ UNESCO (ພາບ: TTXVN)

ໃນລະຫວ່າງວັນທີ 27 – 28 ກຸມພາ (ຕາມເວລາທ້ອງຖິ່ນ), ທ່ານນາງ ເອກອອັກຄະລັດຖະທູດ ຫງວຽນທິເວິນແອັງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອົງການ ສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ເຮັດວຽກກັບທ່ານ ກຸຍຊິງ, ຮອງຜູ້ອຳນວຍການໃຫຍ່ອົງການ UNESCO; ທ່ານ Esnesto Ottone Ramirez ຜູ້ຊ່ວຍວຽກຜູ້ອຳນວຍການໃຫຍ່ UNESCO ຮັບຜິດຊອບດ້ານວັດທະນະທຳ ແລະ ທ່ານ Anthony Ohemeng Boamah ຜູ້ຊ່ວຍວຽກຜູ້ອໍານວຍການໃຫຍ່ອົງການ UNESCO ຮັບຜິດຊອບກ່ຽວກັບບຸລິມະສິດສຳລັບ ອາຟະລິກາ ແລະ ການພົວພັນຕ່າງປະເທດ.

        ທີ່ການພົບປະ, ທ່ານນາງເອກອັກຄະລັດຖະທູດ ຫງວຽນທິເວິນແອັງ ຢັ້ງຢືນວ່າ ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ ແລະ ແຜນນະໂຍບາຍຂອງ ຫວຽດນາມ ໃນການຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ; ຍົກສູງນະໂຍບາຍຂອງ ຫວຽດນາມ ທີ່ຖືວັດທະນະທຳ, ວິທະຍາສາດ ແລະ ການສຶກສາ ແມ່ນບັນດາກຳລັງໜູນສຳຄັນເພື່ອພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ມານະພະຍາຍາມປະຕິບັດບັນດາຄຳໝັ້ນສັນຍາຕາມບັນດາສົນທິສັນຍາຂອງ UNESCO ເຊິ່ງ ຫວຽດນາມ ໄດ້ເຂົ້າຮ່ວມ. ທ່ານນາງອັກຄະລັດຖະທູດ ຫງວຽນທິເວິນແອັງ ປາດຖະໜາວ່າ UNESCO ຈະເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດວັດທະນະທຳ, ການສຶກສາ, ວິທະຍາສາດສັງຄົມ, ວິທະຍາສາດທຳມະຊາດ, ຖະແຫຼງຂ່າວ ແລະ ການສື່ສານ.

        ສ່ວນທ່ານຮອງຜູ້ອຳນວຍການໃຫຍ່ ແລະ ບັນດາຜູ້ຊ່ວຍວຽກຂອງທ່ານຜູ້ອຳນວຍໃຫຍ່ UNESCO ກໍໄດ້ຢັ້ງຢືນວ່າ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ຫວຽດນາມ, ຮ່ວມເດີນທາງ ແລະ ໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍບັນດານະໂຍບາຍກ່ຽວກັບການສຶກສາ, ວິທະຍາສາດ ແລະ ວັດທະນະທຳ, ໃນນັ້ນ ມີການໃຫ້ຄຳປຶກສາການສ້າງບັນດາສຳເນົາເອກະສານໃໝ່ ເພື່ອຍື່ນສະເໜີຕໍ່ UNESCO ຮັບຮອງ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກທີ່ຕິດພັນກັບການພັດທະນາແບບຍືນຍົງ, ພ້ອມທັງໝັ້ນໝາຍວ່າ ທ່ານຈະສັບຊ້ອນເວລາມາຢ້ຽມຢາມ ຫວຽດນາມ ໃນຈຸດເວລາທີ່ເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ