ຫວຽດ​ນາມ ກໍ​ນອນ​ໃນການ​ເດີນ​ທາງ​ຄົ້ນ​ຫາ​ພິ​ເສດ​​ຂອງສະ​ພາພູມ​ສາດ ລາ​ຊະວົງ ການາ​ດາ

(VOVWORLD) - ບັນດານັກຊ່ຽວຊານຂອງສະພາພູມສາດລາຊະວົງ ການາດາ (RCGS) ຈະເດີນທາງມາ ຫວຽດນາມ ໃນທ້າຍປີນີ້, ເຊິ່ງເປັນສ່ວນໜຶ່ງຂອງລາຍການຄົ້ນຫາພິເສດ ທີ່ມີຊື່ວ່າ “RCGS Quests” ເຊິ່ງຖືກຈັດຂຶ້ນປະຈຳປີ.
ຫວຽດ​ນາມ ກໍ​ນອນ​ໃນການ​ເດີນ​ທາງ​ຄົ້ນ​ຫາ​ພິ​ເສດ​​ຂອງສະ​ພາພູມ​ສາດ ລາ​ຊະວົງ  ການາ​ດາ - ảnh 1ການສະແດງສິລະປະຂັບປາຍຈອຍ ຢູ່ ໂຮ້ຍອານ, ແຂວງ ກວ໋າງນາມ (ພາບ: VOV)

ບັນດານັກພູມສາດ ແລະ ຄູອາຈານຢູ່ມະຫາວິທະຍາໄລ Mount Royal (ການາດາ), ທ່ານນາງ Lynn Moorman ຈະເປັນຜູ້ນຳພາລາຍການຄົ້ນຫາ ຫວຽດນາມ. ໃນລາຍການນີ້, ເຂົາເຈົ້າຈະໄປຢ້ຽມຊົມທັດສະນະສຶກສາຢູ່ຫຼາຍສະຖານທີ່ຢູ່ພາກເໜືອ, ເມືອງເກົ່າຢູ່ພາກກາງ, ແຄມທະເລ, ເຂດພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ, ເຂດຊົນນະບົດທີ່ລຽບງ່າຍ ຕະຫຼອດຮອດການດຳລົງຊີວິດທີ່ຄຶກຄື້ນຢູ່ນະຄອນ ໂຮ່ຈີມິນ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ບັນດາລາຍການສະແດງສິລະປະພື້ນເມືອງ ກໍເປັນໜຶ່ງໃນບັນດາກິດຈະກຳບຸລິມະສິດຂອງລາຍການນີ້, ເພື່ອແນໃສ່ເຊີດຊູ ແລະ ສົ່ງເສີມການອະນຸລັກຮັກສາວັດທະນະທຳຂອງປະເທດປະຈຳຖິ່ນ.  

        ການຢ້ຽມຢາມ ຫວຽດນາມ ຂອງ ສະພາພູມສາດລາຊະວົງ ການາດາ ແມ່ນສ່ວນໜຶ່ງໃນລາຍການຄົ້ນຫາພິເສດ “RCGS Quests” - ເຊິ່ງເປັນການຮ່ວມມືລະຫວ່າງສະພາພູມສາດລາຊະວົງ ການາດາ ແລະ ບໍລິສັດທ່ອງທ່ຽວ Exodus Travels ທີ່ມີສຳນັກງານຕັ້ງຢູ່ ອາເມລິກາ. ນອກຈາກ ຫວຽດນາມ ແລ້ວ,  “RCGS Quests” ປີ 2024 ນີ້ ຍັງຈະໄປທັດສະນະສຶກສາຢູ່ບັນດາປະເທດ ອີຕາລີ, ເຄນຢາ, ຈໍແດນ ແລະ ອີຢິບ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ