ຫວຽດນາມ - ກູບາ ແລກປ່ຽນບົດຮຽນກ່ຽວກັບການວາງນະໂຍບາຍ ແລະ ຕິດຕາມກວດການເຄື່ອນໄຫວເສດຖະກິດ

(VOVWORLD) - ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ກູບາ ຢ່າງເປັນທາງການ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ໄດ້ມີບັນດາການເຮັດວຽກກັບທ່ານ Gladys Bejerano Portela ຮອງປະທານສະພາແຫ່ງລັດທັງເປັນຫົວໜ້າອົງການກວດສອບແຫ່ງລັດ ກູບາ ແລະ ທ່ານ Marino Murillo ຮອງປະທານສະພາລັດຖະມົນຕີທັງເປັນຫົວໜ້າຄະນະຜັນຂະຫຍາຍບັນດາແຜນນະໂຍບາຍອັບເດັດຮູບແບບເສດຖະກິດ - ສັງຄົມ.

        ທີ່ບັນດາການພົບປະ, ເມື່ອເນັ້ນໜັກເຖິງບັນດາຈຸດຄ້າຍຄືກັນລະຫວ່າງ ຫວຽດນາມ ແລະ ກູບາ ກ່ຽວກັບປະຫວັດສາດແຫ່ງການຕໍ່ສູ້, ອຸດົມການເອກະລາດ, ເສລີພາບ, ລະບົບການເມືອງ ແລະ ຂອບຂະໜາດເສດຖະກິດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ຢືນຢັນວ່າ: 2 ປະເທດຄວນສືບຕໍ່ເພີ່ມທະວີວຽກງານແບ່ງປັນບົດຮຽນໃນການວາງນະໂຍບາຍ, ການຄຸ້ມຄອງ ແລະ ຕິດຕາມກວດກາການເຄື່ອນໄຫວເສດຖະກິດ, ໄປຄຽງຄູ່ກັບການຊຸກຍູ້ບັນດາໂຄງການຮ່ວມມື ທີ່ນຳມາເຊິ່ງໝາກຜົນອັນແທດຈິງ.

        ແລະກໍ່ໃນການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ມີການເຮັດວຽກກັບກະຊວງແຮງງານ ແລະ ປະກັນໄພສັງຄົມ ກູບາ, ໃນນັ້ນ 2 ຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບວຽກງານຮັບປະກັນສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານ ແລະ ຄວາມສະເໝີພາບໃນສັງຄົມ. ວັນທີ 30 ເມສາ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມ ກູບາ ຢ່າງເປັນທາງການ ແລະ ເດີນທາງກັບເມືອປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ