ຫວຽດນາມ ກວດພົບກວ່າ 16,4 ພັນຄົນຕິດໂຄວິດ - 19 ໃນ 24 ຊົ່ວໂມງ

(VOVWORLD) -ໄລ່ຮອດ 14 ໂມງຂອງວັນທີ 6 ມັງກອນ, ຫວຽດນາມໄດ້ສັກວັກຊິນກັນໂຄວິດເກືອບ 157 ລ້ານໂດສ. ອັດຕາຜູ້ໄດ້ສັກວັກຊິນ 1ເຂັມແມ່ນ 99,7% ແລະ ອັດຕາຜູ້ທີ່ມີອາຍຸ 18 ປີຂຶ້ນໄປໄດ້ສັກວັກຊິນຄົບ 2 ເຂັມແມ່ນ 91,6%.
ຫວຽດນາມ ກວດພົບກວ່າ 16,4 ພັນຄົນຕິດໂຄວິດ - 19 ໃນ 24 ຊົ່ວໂມງ - ảnh 1ພາບປະກອບ:TTXVN

ແຕ່ເວລາ 16 ໂມງ ຂອງວັນທີ 5 ມັງກອນ ຮອດ 16 ໂມງຂອງວັນທີ 6 ມັງກອນ, ຫວຽດນາມ ກວດພົບຜູ້ຕິດເຊື້ອລາຍໃຫມ່ ກວ່າ 16.472 ຄົນ, ໃນນັ້ນ 55 ຄົນກັບມາຈາກຕ່າງປະເທດ ແລະ16.417 ຄົນແມ່ນພາຍໃນປະເທດ (ຫລຸດ 580 ຄົນເມື່ອທຽບໃສ່ມື້ວານນີ້) ຢູ່ 60 ແຂວງ, ນະຄອນ (ມີ 10.555 ຄົນແມ່ນໃນຊຸມຊົນ)

ໄລ່ຮອດປະຈຸບັນ ຫວຽດນາມ ມີ 1.843.563 ຄົນຕິດເຊື້ອໂຄວິດ. ຍອດຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 1.464.415 ຄົນ. ໃນ 24 ຊົ່ວໂມງຜ່ານມາ, ຫວຽດນາມ ຢັ້ງຢືນມີ 170 ຄົນຖືກເສຍຊີວິດຍ້ອນໂຄວິດ.

ໄລ່ຮອດ 14 ໂມງຂອງວັນທີ 6 ມັງກອນ, ຫວຽດນາມໄດ້ສັກວັກຊິນກັນໂຄວິດເກືອບ 157 ລ້ານໂດສ. ອັດຕາຜູ້ໄດ້ສັກວັກຊິນ 1ເຂັມແມ່ນ 99,7% ແລະ ອັດຕາຜູ້ທີ່ມີອາຍຸ 18 ປີຂຶ້ນໄປໄດ້ສັກວັກຊິນຄົບ 2 ເຂັມແມ່ນ 91,6%.

ຕອບກັບ

ຂ່າວ/ບົດ​ອື່ນ