ຫວຽດນາມ ກວດພົບຜູ້ຕິດເຊື້ອໂຄວິດ-19 ເປັນຊາວຕ່າງປະເທດເພີ່ມອີກໜຶ່ງຄົນ

(VOVWORLD) - ເປັນມື້ 29 ແລ້ວ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ ແລະ ມີ 1.010 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ, ມີ 35 ຄົນເສຍຊີວິດ.
ຫວຽດນາມ ກວດພົບຜູ້ຕິດເຊື້ອໂຄວິດ-19 ເປັນຊາວຕ່າງປະເທດເພີ່ມອີກໜຶ່ງຄົນ - ảnh 1(ພາບປະກອບ/ baochinhphu.vn)

  ຕາມຂໍ້ມູນຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19 ໃຫ້ຮູ້ວ່າ: ໄລ່ແຕ່ເວລາ 18 ໂມງຂອງວັນທີ 30 ກັນຍາ ຮອດເວລາ 6 ໂມງຂອງວັນທີ 1 ຕຸລາ, ຫວຽດນາມ ກວດພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ເພີ່ມອີກ 1 ຄົນ. ນັ້ນແມ່ນຊາວຕ່າງປະເທດເຂົ້າມາ ຫວຽດນາມ ແລະ ໄດ້ຮັບການແຍກຕົວໃນທັນທີ. ສະນັ້ນ, ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງໝົດ 1.095 ຄົນ.

        ເປັນມື້ 29 ແລ້ວ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ ແລະ ມີ 1.010 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ, ມີ 35 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ