ຫວຽດນາມ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 7 ຄົນ

(VOVWORLD) -ມາຮອປະຈຸບັນ, ຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ຫວຽດນາມ ໄດ້ຮັບການປິ່ນປົວຫາຍດີແມ່ນ 369/438 ຄົນ.

ຕອນບ່າຍວັນທີ 28 ກໍລະກົດ, ກະຊວງສາທາລະນະສຸກຫວຽດນາມ ໄດ້ແຈ້ງໃຫ້ຊາບວ່າ, ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 7 ຄົນ ຢູ່ນະຄອນດ່ານັ້ງ ແລະ ກວາງນາມ. ນີ້ແມ່ນບັນດາກໍລະນີຕິດເຊື້ອໂຄວິດ- 19 ກວດພົບຕິດແປດໃນຊຸມຊົນ. ປະຈຸບັນ, ບັນດາຄົນເຈັບເຫຼົ່ານີ້ພວມໄດ້ຮັບການປິ່ນປົວຢູ່ບັນດາຮາກຖານສາທາລະນະສຸກໃນບໍລິເວນແຂວງ.

        ແລະກໍ່ໃນວັນດຽວກັນ, ມີຜູ້ຕິດເຊື້ອໂຄວິດ- 19 ເພີ່ມອີກ 3 ຄົນໄດ້ຮັບການປິ່ນປົວຫາຍດີ. ມາຮອປະຈຸບັນ, ຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ຫວຽດນາມ ໄດ້ຮັບການປິ່ນປົວຫາຍດີແມ່ນ 369/438 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ