ຫວຽດນາມ ກວດພົບຜູ້ຕິດໂຄວິດລາຍໃຫມ່ 17.000 ຄົນ

(VOVWORLD) -ໄລ່ຮອດ 14 ໂມງຂອງວັນທີ 30 ທັນວາ, ທົ່ວປະເທດສັກວັນຊິນໃຫ້ປະຊາຊົນໄດ້ກວ່າ 149,3 ລ້ານໂດສ, ເກືອບ 90% ຈຳນວນປະຊາຊົນອາຍຸ 18 ປີຂຶ້ນໄປໄດ້ສັກວັກຊິນຄົບ 2 ເຂັມ
ຫວຽດນາມ ກວດພົບຜູ້ຕິດໂຄວິດລາຍໃຫມ່ 17.000 ຄົນ - ảnh 1
ສັກວັກຊິນກັນໂຄວິດ ໃຫ້ເດັກມີອາຍຸ 12 -18 ປີ ຢູ່ ແຂວງ ດ້ຽນບຽນ. ພາບ:VOV

ແຕ່ເວລາ 16 ໂມງຂອງວັນທີ 29 ທັນວາ ຫາ 16 ໂມງຂອງວັນທີ 30 ທັນວາ, ໃນລະບົບແຫ່ງຊາດຄຸ້ມຄອງຜູ້ຕິດເຊື້ອໂຄວິດ ໄດ້ຢັ້ງຢືນວ່າ ຫວຽດນາມໄດ້ກວດພົບຜູ້ຕິດໂຄວິດລາຍໃຫມ່ 17.000 ຄົນ, ໃນນັ້ນ ມີ 20 ຄົນແມ່ນກັບມາຈາກຕ່າງປະເທດ ແລະ 16.980 ແມ່ນຢູ່ພາຍໃນປະເທດ (ເພີ່ມຂຶ້ນ 3.107 ຄົນເມື່ອທຽບໃສ່ມື້ກ່ອນນັ້ນ) ຢູ່ 61 ແຂວງ, ນະຄອນ (ມີ 11.404 ຄົນໃນຊຸມຊົນ).

ໄລ່ຮອດ 14 ໂມງຂອງວັນທີ 30 ທັນວາ, ທົ່ວປະເທດສັກວັນຊິນໃຫ້ປະຊາຊົນໄດ້ກວ່າ 149,3 ລ້ານໂດສ, ເກືອບ 90% ຈຳນວນປະຊາຊົນອາຍຸ 18 ປີຂຶ້ນໄປໄດ້ສັກວັກຊິນຄົບ 2 ເຂັມ. ອັດຕາຜູ້ໄດ້ຊັກວັກຊິນ 1 ເຂັມແມ່ນ 99,0% ແລະ ຜູ້ສັກວັກຊິນຄົບ 2 ເຂັມແມ່ນ 89,2% ຈຳນວນປະຊາຊົນມີອາຍຸ 18 ປີຂຶ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ