ຫວຽດນາມ ກໍ່ສ້າງໂຮງງານຜະລິດປຸງແຕ່ງ ແປ້ງມັນຕົ້ນ ຢູ່ລາວ

ຫວຽດນາມ ກໍ່ສ້າງໂຮງງານຜະລິດປຸງແຕ່ງ ແປ້ງມັນຕົ້ນ ຢູ່ລາວ - ảnh 1
ພິທີເລີ່ມລົງມືກໍ່ສ້າງ
(ພາບ: vietnamplus.vn)

(vovworld) - ວັນ​ທີ 12/3, ຢູ່​ແຂວງ​ບໍລິ​ຄຳ​ໄຊ, ບໍລິສັດ​ຫຸ້ນ​ສ່ວນ​​ເຄື່ອງອຸປະກອນ​ສັງ​ລວມ ​ແທງ​ຮ໋າວ ​ໄດ້​ເລີ່​ມດຳ​ເນີນການ​ກໍ່ສ້າງ​ໂຮງງານ​​ປຸງ​​ແຕ່ງ​ແປ້ງ​ມັນ​ຕົ້ນ ຫວຽດນາມ - ລາວ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຕະມິນ​ເຈົາ ຢືນຢັນ​ວ່າ: ນີ້​ແມ່ນ​ກິດຈະກຳ​ມີ​ຄວາມ​ໝາຍ​ສຳຄັນ​ໃນ “ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ”, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທ້ອງ​ຖິ່ນ. ທ່ານ​ເອກ​ອັກ​ຄະ​ລັດຖະທູ​ດສະ​ເໜີ​ໃຫ້​ບໍລິສັດ​ຫຸ້ນ​ສ່ວນ​ເຄື່ອງ​ອຸປະກອນ​ສັງ​ລວມ​ແທງ​ຮ໋ວາ ມາ​ນະພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ສ້າງ​ສຳເລັດກິດຈະກຳ​ຖືກ​ຕາມ​ກຳນົ​ດ​ເວລາ, ຮັບປະກັນ​ຄຸນ​ນະພາ​ບ ​ແລະ ປະຕິບັດ​ບັນດາ​ນະ​ໂຍບາຍ​ກົດໝາຍ​ຂອງ​ປະ​ເທດ​ລາວ​ຢ່າງ​​ເຂັ້ມ​ງວດ. ​ໂຮງງານ​ດັ່ງກ່າວ​ມີ​ຍອດ​ຈຳນວນທຶນ 4 ລ້ານ USD, ສາມາດ​ປຸງ​ແຕ່ງ​ແປ້ງ​ມັນ​ຕົ້ນ​ໄດ້ 100 ​ໂຕນ/ວັນ, ​​ເຊິ່ງໄດ້​ຮັບ​ການ​ກໍ່ສ້າງ​ໃນ​​ເນື້ອ​ທີ່​ກ່ວາ 26 ha ຢູ່​ບ້ານສົບ​ພວນ, ​ເມືອງ​ຄຳ​ເກີດ, ​ແຂວງ​ບໍລິ​ຄຳ​ໄຊ. ຄາດ​ວ່າ, ກິດຈະກຳ​ຖືກກໍ່​ສ້າງ​ສຳ​ເລັດ​ພາຍ​ໃນ​ເວລາ 18 ​ເດືອນ, ​ປະກອບສ່ວນແກ້​ໄຂວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ກຳມະກອນ 100 ຄົນ ​ແລະ ສ້າງ​​ເປັນເຂດ​ວັດຖຸ​ດິ​​ບ​ໃນບໍລິ​ເວ​ນ​ທົ່ວ​ແຂວງ.

ຂ່າວ/ບົດ​ອື່ນ