ຫວຽດນາມ ກະກຽມໃຫ້ການສົນທະນາກ່ຽວກັບບົດລາຍງານແຫ່ງຊາດວ່າດ້ວຍການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ

(VOVWORLD) - ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໋ຮຸ່ງຫວຽດ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມວາລະ ສົນທະນາກ່ຽວກັບບົດລາຍງານແຫ່ງຊາດຂອງ ຫວຽດນາມ ກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຕາມບົດລາຍງານໂດຍສັງເຂບປະຈຳໄລຍະ (UPR) ຮອບວຽນທີ IV ຂອງສະພາສິດທິມະນຸດ ສປຊ.
ຫວຽດນາມ ກະກຽມໃຫ້ການສົນທະນາກ່ຽວກັບບົດລາຍງານແຫ່ງຊາດວ່າດ້ວຍການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໋ຮຸ່ງຫວຽດ
(ພາບ:cand.com.vn)

ວັນທີ 7 ພຶດສະພາ, ຢູ່ນະຄອນ ເຊີແນວ, ປະເທດ ສະວິດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໋ຮຸ່ງຫວຽດ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມວາລະ ສົນທະນາກ່ຽວກັບບົດລາຍງານແຫ່ງຊາດຂອງ ຫວຽດນາມ ກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຕາມບົດລາຍງານໂດຍສັງເຂບປະຈຳໄລຍະ (UPR) ຮອບວຽນທີ IV ຂອງສະພາສິດທິມະນຸດ ສປຊ. ຮອດເວລານີ້, ທຸກວຽກງານກະກຽມໃຫ້ແກ່ວາລະສົນທະນາໄດ້ສຳເລັດແລ້ວ. ທ່ານຮອງລັດຖະມົນຕີ ໂດ໋ຮຸ່ງຫວຽດ, ໃຫ້ຮູ້ວ່າ:

        “ວິວັດການສ້າງບົດລາຍງານໄດ້ຕິດພັນກັບວິວັດການເຂົ້າຮ່ວມສະພາສິດທິມະນຸດ, ຕິດພັນກັບທິດນຳທີ່ໄດ້ວາງອອກ, ນັ້ນແມ່ນຮັບປະກັນຄວາມເຄົາລົບ, ຄວາມເຂົ້າອົກເຂົ້າໃຈ, ການສົນທະນາຮ່ວມມື, ຮັບປະກັນສິດທິມະນຸດໃຫ້ແກ່ທຸກໆຄົນ. ໃນວິວັດການກະກຽມ, ບັນດາຂໍ້ສະເໜີແນະເໝາະສົມກັບບຸລິມະສິດເຊິ່ງພວກຂ້າພະເຈົ້າຊຸກຍູ້, ໃຫ້ຄຳໝັ້ນສັນຍາຢູ່ສະພາສິດທິມະນຸດກ່ຽວກັບບັນດາເນື້ອໃນຄື: ສິດທິມະນຸດ ໃນການປ່ຽນແປງຂອງດິນຟ້າອາກາດ, ສິດທິຂອງຄົນພິການ, ສິດກ່ຽວກັບສຸຂະພາບ, ຕ້ານການຈຳແນກປະພຶດ… ພວກຂ້າພະເຈົ້າກໍ່ພວມຊຸກຍູ້ ຂໍ້ລິເລີ່ມຢູ່ສະພາສິດທິມະນຸດ, ພວກຂ້າພະເຈົ້າຈະສືບຕໍ່ມານະພະຍາຍາມເພື່ອເພີ່ມການເຂົ້າຮ່ວມປະກອບສ່ວນຂອງຕົນໃນສະພາສິດທິມະນຸດໃນໄລຍະຈະມາເຖິງ”.

ຕອບກັບ

ຂ່າວ/ບົດ​ອື່ນ